ມອບລາງວັນໃຫ້ການເສັງຊອກຮູ້ກົດໝາຍກ່ຽວກັບທະເລເກາະຫວຽດນາມ

ມອບລາງວັນໃຫ້ການເສັງຊອກຮູ້ກົດໝາຍກ່ຽວກັບທະເລເກາະຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ພິທີມອບ​ລາງວັນ​ໃຫ້ການ​ເສັງ​ “ຊອກ​ຮູ້​ກົດໝາຍ​ກ່ຽວ​ກັບ​ທະ​ເລ​ເກາະ​ຫວຽດນາມ ຄັ້ງ​ທຳ​ອິດ​ປີ 2014“ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/12 ຢູ່​ຮ່າ​ໂນ້ຍ.

   ​ເພື່ອ​ແນ​ໃສ່​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ສູນ​ກາງ​ທະນາຍຄວາມ​ຫວຽດນາມ ​ໄດ້​ຊີ້​ນຳ​ໜັງສືພິມ​ຊີວິດ ​ແລະ ກົດໝາຍ; ໜັງສື​ພິງ​ຜູ້​ໃຫ້​ຂ່າວ, ຈັດ​ຕັ້ງ​ການ​ເສັງ“ຊອກ​ຮູ້​ກົດໝາຍ​ກ່ຽວ​ກັບ​ທະ​ເລ​ເກາະ​ຫວຽດນາມ ຄັ້ງ​ທຳ​ອິດ​ປີ 2014“. ການ​ເສັງ​ນີ້​ໄດ້​ຮັບ​ການ​ປຸກລະດົມ​ແຕ່​ວັນ​ທີ 1/7/2014 – 30/11/2014. ຄະນະ​ຈັດ​ຕັ້ງ​ການ​ເສັງ​ໄດ້​ຮັບ​ບົດສອບ​ເສັງ 1000 ກວ່າ​ບົດ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໃນ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ຊາດ. ຄະນະ​ຈັດ​ຕັ້ງ​ໄດ້​ໃຫ້​ຄະ​ແນນ ​ແລະ ​ເລືອກ​ເຟັ້ນ 58 ບົດ ​ເຂົ້າ​​ຮອບ​ຊິງ​ຊະນະ​ເລີດ.

        ຄະນະ​ຈັດ​ຕັ້ງ​ໄດ້​ມອບ 11 ລາງວັນ​ໃຫ້​ສ່ວນ​ບຸກຄົນ. ​ໃນ​ນັ້ນ​ມີ  ລາງວັນ​ທີ​ໜຶ່ງ 1 ລາງວັນ, ທີ່​ມີ​ມູນ​ຄ່າ 15 ລ້ານ​ດົ່ງ​, ​ແມ່ນ​ຂຶ້ນ​ກັບ​ນາງ​ເຈິ່ນບິ​ກຖູ​ຍຢູ່​ແຂວງ​ດົ່ງ​ນາຍ ​ແລະ ມອບ 10 ລາງວັນ​ໃຫ້​ໝູ່​ຄະນະ. ​ໃນ​ນັ້ນ​ມີ ລາງ​ວັນ ທີໜຶ່ງ 1 ລາງວັນ​ທີ່​ມີ​ມູນ​ຄ່າ 25 ລ້ານ​ດົ່ງ ​ແມ່ນ​ຂຶ້ນ​ກັບ​ວິທະຍາຄານ​ແ້ອງກັນ​ຄວາມ​ສະຫງົບ​ປະຊາຊົນ, ສັງກັດ​ກະຊວງ​ຕຳຫຼວດ.

ຂ່າວ/ບົດ​ອື່ນ