ມອບລາງວັນໃຫ້ການເສັງແຕ້ມພາບ “ນ້ອງຮັກ ທະເລເກາະຂອງບ້ານເກີດເມືອງນອນ“

ມອບລາງວັນໃຫ້ການເສັງແຕ້ມພາບ “ນ້ອງຮັກ ທະເລເກາະຂອງບ້ານເກີດເມືອງນອນ“ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 20/12, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ ສົມທົບ​ກັບ​ຫໍ​ເຍົາວະ​ຊົນ​ຮ່າ​ໂນ້ຍຈັດ​ຕັ້ງ​ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ໃຫ້ການ​ເສັງ​ແຕ້ມ​ພາບສຳລັບ​ເຍົາວະ​ຊົນ, ດ້ວຍ​ຫົວ​ຂໍ້​ວ່າ “ນ້ອງ​ຮັກ​ທະ​ເລ​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“. ການ​ເສັງ​ໄດ້​ຮັບ​ການ​ປຸກລະດົມ​ແຕ່​ເດືອນ 8 ມາ​ຮອດ​ປະຈຸ​ບັນ, ມີ​ພາບ​ແຕ້ມ​ເກືອບ 300 ​ແຜ່ນ​ຂອງ​ພວກ​ນ້ອງ​ເຍົາວະ​ຊົນ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ພາບ​ແຕ້ມດີ​ 89 ​ແຜ່ນ, ​ໃນ​ນັ້ນ​ມີ​ພາບ​ແຕ້ມ​ທີ່​ດີ​ເດັ່ນ 5 ​ແຜ່ນ, ລາງວັນ A, 18 ລາງວັນ; ລາງວັນ B, 24 ລາງວັນ; ລາງວັນ C, 42 ລາງວັນ. ບັນດາ​ພາບ​ແຕ້ມ​ທີ່​ໄດ້​ຮັບ​ລາງວັນ​ຈະ​ຖືກ​ນຳ​ມາ​ວາງສະ​ແດງ​ຢູ່ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ ​ແລະ ​ຫໍ​ເຍົາວະ​ຊົນ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ