ມອບຫຼຽນກາລະນຶກ“ເພື່ອສັນຕິພາບ,ມິດຕະພາບລະຫວ່າງຊາດ“ໃຫ້ທ່ານເອກອັກຄະລັດຖະທູດລາວ

ມອບຫຼຽນກາລະນຶກ“ເພື່ອສັນຕິພາບ,ມິດຕະພາບລະຫວ່າງຊາດ“ໃຫ້ທ່ານເອກອັກຄະລັດຖະທູດລາວ - ảnh 1
ມອບຫຼຽນກາລະນຶກ“ເພື່ອສັນຕິພາບ,ມິດຕະພາບ
ລະຫວ່າງຊາດ“ໃຫ້ທ່ານເອກອັກຄະລັດຖະທູດລາວ
(ພາບ: dangcongsan.vn)

(vovworld) - ​​ ວັນ​ທີ 18/9, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ, ທັງ​ເປັນ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽ​ດນາມ ດົນຕ໋ວນຟອງ ​ໄດ້ມອບ​ຫຼຽນ​ກາລະ​ນຶກ“​ເພື່ອ​ສັນຕິ​ພາບ​, ມິດຕະພາບ​ລະຫວ່າງ​ປະຊາ​ຊາດຊາດ“​ ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ​.​ລາວ ສົມ​ພອນ​ ສິຈະ​ເລີ​ນ, ​ໃນ​ໂອກາດທີ່ທ່ານ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ.

        ທ່ານ​ເອກ​ອັກຄະ​ລັດຖະທູດ ສົມ​ພອນ​ ສິຈະ​ເລີ​ນ ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽ​ດນາມ. ທ່ານ​ໃຫ້​ຮູ້​ວ່າ, ​ໄລຍະ​ຈະ​ມາ​ເຖິງ ທ່ານຈະ​ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ.

 

ຂ່າວ/ບົດ​ອື່ນ