ມອບ-ຮັບບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ-ຫວຽດນາມໃຫ້ລາວ

ມອບ-ຮັບບ້ານມິດຕະພາບຊາວໜຸ່ມເຂດຊາຍແດນລາວ-ຫວຽດນາມໃຫ້ລາວ - ảnh 1
ພິ​ທີ​ມອບ​-ຮັບ​ໄດ້​ຈັດ​ຕັ້ງ​ຢູ່​ບ້ານ​ຄຳ​ເກີດ, ບໍ​ລິ​ຄ​ຳ​ໄຊ
(ພາບ: thanhnien.com.vn)

(vovworld) – ​​ວັນ​ທີ 18/10, ຢູ່​ເມືອງ​ຄຳເກີດ, ແຂວງ​ບໍ​ລິ​ຄຳ​ໄຊ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ສົມ​ທົບ​ກັບ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ລາວ, ຈັດ​ຕັ້ງ​ພິ​ທີ​ມອບ-​ຮັບ ແລະ ນຳ​ໃຊ້​ບ້ານ​ມິດ​ຕະ​ພາບຊາວ​ໜຸ່ມ​ເຂດ​ຊາຍ​ແດນ ລາວ - ຫວຽດ​ນາມ ເຊິ່ງໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ເງິນ​ຊ່ວຍ​ເຫຼືອຫຼ້າ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ສະ​ຫງວນ​ໃຫ້​ແກ່ລັດ​ຖະ​ບານ ລາວ. ໂຄງ​ການ ບ້ານ​ມິດ​ຕະ​ພາບ​ຊາວ​ໜຸ່ມ​ເຂດ​ຊາຍ​ແດນ ລາວ - ຫວຽດ​ນາມ ໄດ້​ຮັບ​ການກໍ່​ສ້າງ​ຢູ່ 4 ບ້ານ​ຂອງ​ເມືອງ ຄຳ​ເກີດ, ແຂວງ ບໍ​ລິ​ຄຳ​ໄຊ, ດ້ວຍ​ເນື້ອ​ທີ 1.034 ha, ເພື່ອ​ແນ​ໃສ່​ດຶງ​ດູດ, ຮັບ​ເອົາ​ຊາວ​ໜຸ່ມ​ມາ​ກໍ່​ຮ່າງ​ສ້າງ​ຕົວ​ແບບ​ຍາວ​ນານ, ເປັນ​​ແກ່ນ​ສານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ - ປອດ​ໄພ, ກໍ່ສ້າງ​ ເຂດ​ຊຸມ​ຊົນ​ໃໝ່​ພັດ​ທະ​ນາ​ແບບ​ຍືນ​ຍົງ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ເດືອນ 8/2012, ເຊິ່ງ​ລວມ​ມີ​ຫໍ​ວັດ​ທະ​ນະ​ທຳ​ວົງ​ຄະ​ນະ​ຍາດ ດ້ວຍ​ເນື້ອ​ທີກໍ່​ສ້າງ 1.900 ຕາ​ລາງ​ແມັດ, ເຮືອນ​ຢູ່​ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ, ສຸກ​ສາ​ລາ, ບ່ອນ​ພັກ​ໃຫ້​ຄູ​ອາ​ຈານ... ໂຄງ​ການ​ໂດຍບໍ່​ລິ​ສັດ​ຫຸ້ນ​ສ່ວນກໍ່​ສ້າງ ແລະ ການ​ບໍ​ລິ​ການ​ການ​ຄ້າ 68 ກໍ່​ສ້າງ, ດ້ວຍຍອດ​ເງິນ​ລົງ​ທຶນ​ເກືອບ 40 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ