ມະຕິຂອງກົມການເມືອງກ່ຽວກັບການກຳນົດທິດສ້າງລະບອບນະໂຍບາຍໃຫ້ສົມບູນແບບ

(VOVWORLD) -ຕາງຫນ້າໃຫ້ກົມການເມືອງ, ວັນທີ 20 ສິງຫາ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ເຊັນປະກາດໃຊ້ ມະຕິ ກ່ຽວກັບການກຳນົດທິດສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບ ປະສິດທິຜົນການຮ່ວມມືລົງທຶນຕ່າງປະເທດຮອດປີ 2030. 

ມະຕິຊີ້ແຈ້ງວ່າ ລັດຫວຽດນາມ ເຄົາລົບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ສອດຄ່ອງກັບກົດໝາຍຂອງນັກລົງທຶນ, ຮັບປະກັນຜົນປະໂຫຍດລະຫວ່າງລັດ, ນັກລົງທຶນ ແລະ ຊາວຜູ້ອອກແຮງງານໃນວິສາຫະກິດໃຫ້ມີຄວາມກົມກຽວ. ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກຳລັງຄວາມສາມາດແກ້ງແຍ້ງ ຂຶ້ນກັບກຸ່ມ ອາຊຽນ 4 ກ່ອນປີ 2021, ຂຶ້ນກັບ ກຸ່ມ ອາຊຽນ 3 ກ່ອນປີ 2030.

ມະຕິ ຍົກໃຫ້ເຫັນບັນດາມາດຕະການ ແລະ ຫນ້າທີ່ຕົ້ນຕໍ ເພື່ອສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລົງທຶນຕ່າງປະເທດຮອດປີ 2030. 

ຕອບກັບ

ຂ່າວ/ບົດ​ອື່ນ