ມະຕິເລກທີ 54ຂອງສະພາແຫ່ງຊາດແມ່ນກຳລັງຫນູນແຫ່ງການພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈິມີນ

(VOVWORLD) -ມະຕິເລກທີ 54 ຂອງສະພາແຫ່ງຊາດແມ່ນກຳລັງຫນູນແຫ່ງການພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈິມີນ
ມະຕິເລກທີ 54ຂອງສະພາແຫ່ງຊາດແມ່ນກຳລັງຫນູນແຫ່ງການພັດທະນາໃຫມ່ໃຫ້ແກ່ນະຄອນໂຮ່ຈິມີນ - ảnh 1 ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ

ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈິມີນ ກ່ຽວກັບມະຕິ ວ່າດ້ວຍການທົດລອງປະຕິບັດກົນໄກ, ນະໂຍບາຍພິເສດການພັດທະນານະຄອນ ໂຮ່ຈິມີນ ທີ່ຫາກໍ່ໄດ້ຮັບຮອງເອົາຈາກ ສະພາແຫ່ງຊາດ ໃນວັນທີ 24 ພະຈິກ ປີ 2017. ຕາມທ່ານ ຫງວຽນທ້ຽນເຍີນ ແລ້ວ, ມະຕິເລກທີ 54  ແມ່ນລັດຖະນະໂຍບາຍແຫ່ງຊາດບຸກທະລຸ, ຄົບຊຸດ, ທັນການ, ເໝາະສົມກັບສະພາບການພັດທະນາຂອງນະຄອນ, ຈະຊ່ວຍນະຄອນທັງເສີມຂະຫຍາຍບັນດາທ່າໄດ້ປຽບທຳມະຊາດຂອງຕົນໃນວິວັດການພັດທະນາໃຫ້ດີກວ່າ, ທັງເສີມຂະຫຍາຍບັນດາແຫລ່ງກຳລັງໃນໝູ່ປະຊາຊົນເປັນຢ່າງດີກວ່າ.

ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ມະຕິເລກທີ 54 ຂອງສະພາແຫ່ງຊາດ ມີການກຳນົດເວລາ ແມ່ນ 05 ປີ. ສະນັ້ນ ນະຄອນ ຈະຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີຫົວຄິດປະດິດສ້າງ, ຜັນຂະຫຍາຍບັນດາມາດຕະການໃນໄລຍະ 2018-2020.

ຕອບກັບ

ຂ່າວ/ບົດ​ອື່ນ