ມາເລເຊຍ ຊອກຫາຄວາມ ຍຸຕິທຳໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດເຮືອບິນ MH17 ຕົກ

ມາເລເຊຍ ຊອກຫາຄວາມ ຍຸຕິທຳໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດເຮືອບິນ MH17 ຕົກ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 21/09, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດມາ​ເລ​ເຊຍ Hishammuddin Hussein ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​​ຊອກ​ຫາ​ຄວາມ​ຍຸຕິ​ທຳ​ໃຫ້​ບັນດາ​ຜູ້​ຖືກ​ເຄາະ​ຮ້າ​ຍຈາກ​ເຫດ​ເຮືອ​ບິ​ນ MH17 ຕົກຜ່ານ​ກອງ​ປະຊຸມ​ສະມັດ​ສາໃ​ຫຍ່ ສປຊ. ຕາມ​ນັ້ນ​ແລ້ວ, ທ່າ​ນນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ຈະ​ສົ່ງ​ສານ​ດັ່ງກ່າວ​ຂອງ​ລັດຖະບານ​ມາ​ເລ​ເຊຍ ​ເຖິງສະພາ​ຄວາມ​ໝັ້ນຄົງ​ສປຊ. ທ່ານ Razak ກໍ່​ຈະ​ປຶ​ກສາ​ຫາລື​ບັນຫາ​ດັ່ງກ່າວ​ກັບ​ບັນດາ​ການ​ນຳ​ຂອງ​ປະ​ເທດ​ຕ່າ​ງໆ, ​ໃນ​ນັ້ນ​ມີ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ທ່າ​ນນາຍົກລັດ​ຖະມົນຕີ​ໂຮ​ນລັງ Mack Rutte ​ແລະ ທ່ານ​ນາຍົກລັດຖະມົນຕີອົດສຕາລີ Tony Abbott. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ ຢືນຢັນ​ວ່າ, ປະ​ເທດ​ນີ້ ມີ​ສິດ​ຮຽກ​ຮ້ອງ​ຄວາມ​ຍຸຕິ​ທຳ​ໃຫ້​ບັນດາ​ຜູ້​ຖືກ​ເຄາະ​ຮ້າຍຈາກ​​ເຫດເຮືອບິນ MH 17 ຕົກ​ ແລະ ບັງຄັບ​ໃຫ້​ບັນດາ​ບຸກຄົນ​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ເຫດ​ເຮືອບິນ MH 17 ຕົກຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ການ​ກະທຳ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ