ມາເລເຊຍ ຕີລາຄາຢ່າງຕັ້ງໜ້າຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຈີນ ກ່ຽວກັບທະເລຕາເວັນອອກ

(VOVWORLD) - ຈີນ ໄດ້ມີປະຕິກິລິຍາຢ່າງຕັ້ງໜ້າ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ລວມມີ ການຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ບັນດາເຂດທະເລທີ່ເກີດການຂັດແຍ້ງກັນ. 
ມາເລເຊຍ ຕີລາຄາຢ່າງຕັ້ງໜ້າຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຈີນ ກ່ຽວກັບທະເລຕາເວັນອອກ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak (ພາບ: AFP/TTXVN )

ແຈ້ງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ໄດ້ຍົກອອກໃນວັນທີ 13 ພະຈິກ ພາຍຫລັງກອງປະຊຸມສຸດຍອດ ອາຊຽນ - ຈີນ ດຳເນີນຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫລວງ ມານີລາ ຂອງ ຟີລິບປີນ. ທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ ຢືນຢັນວ່າ: ທະເລຕາເວັນອອກ ຈະກາຍເປັນສະຖານທີ່ປອດໄພ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ເນັ້ນໜັກວ່າ ຈີນ ຈະບໍ່ນຳໃຊ້ກຳລັງແຮງການທະຫານ ແລະ ພ້ອມແລ້ວທີ່ຈະສືບຕໍ່ບັນດາການເຈລະຈາ ເພື່ອສຳເລັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ. ທ່ານນາຍົກລັດຖະມົນຕີ ຈີນ ກໍ່ຢືນຢັນຄຳໝັ້ນສັນຍາຂອງ ປັກກີງ ແມ່ນຮັບປະກັນສັນຕິພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ