ມາເລເຊຍ ຫວັງວ່າ ຂໍ້ຕົກລົງແມ່ກ່ຽວກັບ COC ຈະສຳເລັດຢ່າງວ່ອງໄວ

(VOVWORLD) - ໃນຖະແຫຼງການວັນທີ 20 ພຶດສະພາ, ທ່ານ Anifah Aman ລັດຖະມົນຕີການຕ່າງປະເທດ ມາເລເຊຍ ໃຫ້ຮູ້ວ່າ
ມາເລເຊຍ ຫວັງວ່າ ຂໍ້ຕົກລົງແມ່ກ່ຽວກັບ COC ຈະສຳເລັດຢ່າງວ່ອງໄວ - ảnh 1 (ພາບປະກອບ)

ມາເລເຊຍ ຫວັງວ່າບັນດາປະເທດ ອາຊຽນ ແລະ ຈີນ ສາມາດສຳເລັດຂໍ້ຕົກລົງແມ່ ກ່ຽວກັບປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນທ້າຍປີ 2017. ທ່ານລັດຖະມົນຕີ Anifah ຕີລາຄາວ່າ ມາຮອດປະຈຸບັນບັນດາໝາກຜົນ ເຊິ່ງບັນດາຝ່າຍບັນລຸໄດ້ ແມ່ນໝາກຜົນຕັ້ງໜ້າ. ທ່ານຖືວ່າ ເມື່ອໄດ້ຮັບການສຳເລັດ ຂໍ້ຕົກລົງແມ່ກ່ຽວກັບ COC ຄວນໄດ້ເປີດເຜີຍເພື່ອຢືນຢັນ ທຸກບັນຫາລ້ວນແຕ່ໄດ້ຮັບຄວາມເຫັນດີຈາກບັນດາການນຳ ແລະ ລັດຖະມົນຕີທີ່ກ່ຽວຂ້ອງ. ເຖິງວ່າ COC ບໍ່ມີລັກສະນະຜູກມັດກ່ຽວກັບດ້ານນິຕິທກໍ່ຕາມຳ, ແຕ່ນີ້ຈະແມ່ນຫຼັກການຊີ້ນຳກ່ຽວກັບການປ້ອງກັນຄວາມສະຫງົບ ແລະ ສັນຕິພາບສຳລັບບັນດາຝ່າຍທີ່ກ່ຽວຂ້ອງ.

        ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ອາວຸໂສຂອງ ອາຊຽນ ແລະ ຈີນ ໄດ້ສຳເລັດການເຈລະຈາກ່ຽວກັບຮ່າງຂໍ້ຕົກລົງແມ່ COC ຢູ່ ຈີນ ເມື່ອວັນທີ 18 ພຶດສະພາ. ຮ່າງຂໍ້ຕົກລົງນີ້ ຈະໄດ້ຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ເພື່ອພິຈາລະນາ.

ຕອບກັບ

ຂ່າວ/ບົດ​ອື່ນ