ມາເລເຊຍ,ອິນໂດເນເຊຍເພີ່ມທະວີການຮ່ວມມືຕ້ານໄພນາບຂູ່ຈາກIS

ມາເລເຊຍ,ອິນໂດເນເຊຍເພີ່ມທະວີການຮ່ວມມືຕ້ານໄພນາບຂູ່ຈາກIS - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ Hishammuddin Hussein (ເບື້ອງ​ຂວາ) ແລະ ຄູ່​ຕຳ​ແໜ່ງ ອິນ​ໂດ​ເນ​ເຊຍ Ryamizard Ryacudu
(ພາບ: news.abnxcess.com)

(vovworld) –  ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສື​ບ​ລາ​ຊະ​ການ​ລັບ​ເພື່ອ​ແນ​ໃສ່​ຕ້ານ​ຄືນ​ໄພ​ນາບ​ຂູ່​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ​” (IS) ຂະ​ໜານ​ນາມ​ເອງ. ຂໍ້​ຕົກ​ລົງ​ນີ້​ບັນ​ລຸ​ໄດ້​​ທີ່​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 26/2 ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ Hishammuddin Hussein ແລະ ຄູ່​ຕຳ​ແໜ່ງ ອິນ​ໂດ​ເນ​ເຊຍ Ryamizard Ryacudu ຢູ່ Kuala Lumpur. 2 ຝ່າຍກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ​້ອງ​ເຖິງ​ຜົນ​ປະ​ໂຫຍດ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ 2 ປະ​ເທດ ແລະ ພາກ​ພື້ນ, ເຊິ່ງ​ລວມ​ມີ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢູ່ຊ່ອງ​ທະ​ເລ Malacca, ແກ້​ໄຂ​ໄພ​ນາບ​ຂ​ູ່​ຈາກ IS ແລະ ບັນ​ຫາ​ຊາຍ​ແດນ​ທາງ​ທະ​ເລ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ Ryamizard Ryacudu, ທ່ານ Hishammuddin ໃຫ້​ຮ​ູ້​ວ່າ: ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ບັ້​ນ​ຮົບ​ຕ້ານ IS ຍ້ອນ​ທັງ 2 ປະ​ເທດ​ລ້ວນ​ແຕ່​ມີ​ພົນ​ລະ​ເມືອງ​ແມ່ນ​ຊາວ​​ມຸດ​ສະ​ລິມ​ເປັນ​ຈຳ​ນວນຫຼາຍ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

 


ຂ່າວ/ບົດ​ອື່ນ