ມາເລເຊຍແລະລາຊະອານາຈັກອັງກິດໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື2ຝ່າຍ

ມາເລເຊຍແລະລາຊະອານາຈັກອັງກິດໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື2ຝ່າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ແລະ
ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak
(ພາບ: Reuters)


​​(vovworld) - ວັນ​ທີ 30/07, ມາ​ເລ​ເຊຍ ​ແລະ ລາຊະ​ອານາຈັກ​ອັງກິດ ​ໄດ້​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນສັນຍາ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນບັນດາ​ຂົງ​ເຂດສຳຄັນ​ຄື: ການ​ຄ້າ, ການ​ລົງ​ທຶນ, ສຶກສາ ​ແລະ ປ້ອງ​ກັນຊາ​ດ. ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທ​ດມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ, ​ໃນ​ການ​ຢ້ຽມຢາມ​ມາ​ເລ​ເຊຍ ຂອງ​ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron, ທ່ານ​ໄດ້​ພ້​ອມກັບ​ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ​​ເຫັນ​ດີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ​ກວ່າ​ອີກ. ນອກຈາກ​ນັ້ນ, ນາ​ຍົກ​ລັດຖະມົນຕີ 2 ທ່ານ​​ໄດ້​ປຶກສາ​ຫາລື​ບາງ​ບັນຫາ​ຂອງ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນມີ​ບັນ​ຫາ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ