ມື້ເຮັດວຽກທຳອິດຂອງກອງປະຊຸມຄັ້ງທີ3ເຈົ້າຫນ້າທີ່ອາວຸໂສAPEC(SOM3)

(VOVWORLD) -ວັນທີ 29 ສິງຫາ ຢູ່ ນະຄອນໂຮ່ຈິມີນ ໄດ້ດຳເນີນມື້ເຮັດວຽກທຳອິດຂອງກອງປະຊຸມຄັ້ງທີ 3 ບັນດາເຈົ້າຫນ້າທີ່ອາວຸໂສ APEC(SOM3). 
ມື້ເຮັດວຽກທຳອິດຂອງກອງປະຊຸມຄັ້ງທີ3ເຈົ້າຫນ້າທີ່ອາວຸໂສAPEC(SOM3) - ảnh 1ຜູ້ຕາງຫນ້າບັນດາພື້ນຖານເສດຖະກິດສະມາຊິກເຂົ້າຮ່ວມ ກອງປະຊຸມຄັ້ງທີ3ເຈົ້າຫນ້າທີ່ອາວຸໂສAPEC

ມີຜູ້ແທນເກືອບ 200 ທ່ານ ຊື່ງແມ່ນບັນດາເຈົ້າຫນ້າທີ່ອາວຸໂສຂອງ 21 ພື້ນຖານເສດຖະກິດສະມາຊິກ, ຜູ້ຕາງຫນ້ຄະນະເລຂາ ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟີກ, ຄະນະເລຂາ APEC ສາກົນ… ໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Amb Valery E Sorokin ຜູ້ຕາງຫນ້າ SOM ລັດເຊຍ ໃຫ້ຮູ້ວ່າ:

        “APEC ແມ່ນຫນຶ່ງໃນບັນດາການຮ່ວມມືເສດຖະກິດແຖວຫນ້າປະຈຸບັນ ບໍ່ພຽງແຕ່ສຳລັບບັນດາປະເທດໃນພາກພື້ນ ອາຊີ ປາຊີຟີກ ເທົ່ານັ້ນ ຫາກນັບທັງສາກົນອີກດ້ວຍ. ບົດບາດຂອງ APEC ແມ່ນສຳຄັນທີ່ສຸດ ເພາະ ມັນມີຜົນສະທ້ອນເຖິງທົ່ວໂລກ. ກອງປະຊຸມມື້ນີ້ ພວກຂ້າພະເຈົ້າໄດ້ປຶກສາຫາລືກ່ຽວກັບບັນດານະໂຍບາຍກ່ຽວຂ້ອງເຖິງການຮ່ວມມື ແລະ ພັດທະນາຢູ່ເຂດຫ່າງໄກສອກຫລີກ, ສ້າງບັນດາຍຸດທະສາດເພື່ອພັດທະນາເສດຖະກິດຢູ່ບັນດາເຂດນີ້.”

ໃນບົດບາດເປັນປະທານສະພາປຶກສາດຳເນີນທຸລະກິດ APEC(ABAC)2017, ຫວຽດນາມ ໄດ້ແຈ້ງໝາກຜົນກອງປະຊຸມຄັ້ງທີ 3 ຂອງສະພາຊື່ງດຳເນີນຢູ່ Toronto ປະເທດ ການາດາ ແຕ່ວັນທີ 26-29 ກໍລະກົດ ແລະ ແຈ້ງໝາກຜົນການຮ່ວມມືດ້ານການເງິນໃນຊຸມເດືອນຜ່ານມາ.  ປະເທດເຈົ້າພາບຫວຽດນາມ ສືບຕໍ່ອັບເດັດສະພາບການກະກຽມຂອງບັນດາປະເທດສະມາຊິກໃຫ້ແກ່ສັບປະດາຂັ້ນສູງ APEC ຢູ່ ນະຄອນດາຫນັງ ກໍຄື ການກະກຽມໃຫ້ບັນດາເຫດການສຳຄັນ. 

ຕອບກັບ

ຂ່າວ/ບົດ​ອື່ນ