ຢັ່ງຫາງສຽງກ່ອນການເລືອກຕັ້ງຢູ່ຢູແກຼນ:ກຸ່ມPetro Poroshenkoນຳໜ້າ

ຢັ່ງຫາງສຽງກ່ອນການເລືອກຕັ້ງຢູ່ຢູແກຼນ:ກຸ່ມPetro Poroshenkoນຳໜ້າ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Petro Poroshenko

(vovworld) – 2, 3 ວັນ​ກ່ອນທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່ ຢູ​ແກຼນ (ວັນ​ທີ 26/10), ກອງ​ທຶນ “ບັນ​ດາ​ຂໍ້​ລິ​ເລີ່ມ​ປະ​ຊາ​ທິ​ປະ​ໄຕ” ທີ່​ມີ​ຊື່​ວ່າ Ilka Kucheriv ໄດ້​ດຳ​ເນີນ​ກາ​ນ​​ຢັ່ງ​​ຫາງ​ສຽງ, ຕາມນັ້ນ​ແລ້ວ 7 ພັກ​ການ​ເມືອງ​ຈະ​ມີ​ຜູ້​ຕາງ​ໜ້າ​ໃນ​ສະ​ພາ​ແຫ່ງ​ຊາດ (Verkhovna Rada) ໃໝ່​ຂອງ​ຢູ​ແກຼນ. ຜູ້​ອຳ​ນວຍ​ການກອງ​ທຶນ​ດັ່ງ​ກ່າວ, ທ່ານ​ນາງ Irina Bekeshkina ໃຫ້​ຮູ້​ວ່າ “ກຸ່ມ Petro Poroshenko”  ໄດ້​ຮັບ​ບັດ​ສະ​ໜັບ​ສະ​ໜູນຫຼາຍ​ທີ່​ສຸດ​ຖ້າ​ຫາກ​ການ​ເລືອກ​ຕັ້ງ​ຈັດ​ຂຶ້ນ​ໃນ​ຈຸດ​ເວ​ລານີ້. ຕາມ​ໝາກ​ຜົນ​ຂອງ​ການ​​ຢັ່ງ​ຫາ​ງ​ສຽງ​ແລ້ວ, ປະ​ຈຸ​ບັນ, 1/3 ຈຳ​ນວນ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ຍັງ​ບໍ່​ທັນຢັ້ງ​ຢືນ​ວ່າ​ຈະ​ໄປ​ປ່ອນ​ບັດຫຼືບໍ່. 30,4% ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​​ເຂົາ​ເຈົ້າເວົ້າ​ວ່າ​ພ້ອມ​ແລ້ວ​ທີ່​ປ່ອນ​ບັດ​ໃຫ້​ກຸ່ມ Poroshenko, ຖັດ​ຈາກນັ້ນ​ແມ່ນ ພັກຂອງ​ທ່ານ Oleg Lyashko ດ້ວຍ​ຜູ້​ສະ​ໜັບ​ສະ​ໜູນ​ກວມ 12,9%.


ຂ່າວ/ບົດ​ອື່ນ