ຢືນຢັນກົນໄກຮ່ວມມືຢ່າງມີປະສິດທິຜົນຂອງອາຊຽນ+1

ຢືນຢັນກົນໄກຮ່ວມມືຢ່າງມີປະສິດທິຜົນຂອງອາຊຽນ+1 - ảnh 1
ທ່ານ​ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​
ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອາ​ຊຽນ - AMM 49, ວັນ​ທີ 25/7, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລະຫວ່າງ ອາ​ຊຽນກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຕາມ​ກົນ​ໄກ ອາ​ຊຽນ + 1. ນິ້​ແມ່ນ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ ອາ​ຊຽນກັບ 10 ປະ​ເທດ ​ແລະ ອົງການ​ການ​ເມືອງ​ຄື: ຈີນ, ສ​ເກົາຫຼີ, ອາ​ເມ​ລິ​ກາ, ຍີ່ປຸ່ນ, ອິນ​ເດຍ, ກາ​ນາ​ດາ, ອົດ​ສະ​ຕາ​ລີ, ລັດ​ເຊຍ, ນິວຊີ​ແລນ ​ແລະ ສະຫະພາບ​ເອີ​ລົບ.

        ຕອນ​ເຊົ້າ​ວັນ​ທີ 25/7, ດຳ​ເນີນ 2 ກອງ​ປະຊຸມ​ໃນ​ຂອບ​​ເຂດອາ​ຊຽນ +1, ເຊິ່ງລວມມີອາຊຽນ - ຈີນ ແລະ ອາຊຽນ - ສເກົາຫຼີ. ທີ່ກອງປະຊຸມ ຕ່າງໆ, ອາຊຽນລ້ວນແຕ່ຕີລາຄາສູງບົດບາດຂອງບັນດາຄູ່ຮ່ວມມື; ຢືນຢັນບັນດາຄຳ ໝັ້ນສັນຍາສະໜັບສະໜູນຂອງບັນດາຄູ່ຮ່ວມມື, ເຊິ່ງແມ່ນກຳລັງໜູນພັດທະ ນາຢູ່ພາກພື້ນ, ຊ່ວຍໃຫ້ບັນດາປະເທດອາຊຽນ, ກໍ່ສ້າງ ແລະ ປັບປຸງປະຊາ ຄົມທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາ. ບັນດາປະເທດ ອາຊຽນ ກໍ່ຖືວ່າ, ກົນໄກຄູ່ເຈລະຈາ ອາຊຽນ +1 ໄລຍະຫຼັງປີ 2015 ມີຄວາມໝາຍສຳຄັນພິ ເສດສຳລັບທີ່ຕັ້ງຂອງກຸ່ມ, ທັງແມ່ນນະໂຍ ບາຍບຸລິມະສິດຂອງອາຊຽນ.

        ກ່ອນໜ້ານັ້ນ, ວັນທີ 24/7, ຢູ່ວາລະປະຊຸມຄົບຄະນະ ກອງປະຊຸມ AMM 49 ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກ ສາການພົວພັນລະຫວ່າງ ອາຊຽນກັບບັນດາຄູ່ຮ່ວມມື ແມ່ນຕ້ອງບົນພື້ນ ຖານ ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ປະ​​ໂຫຍ​ດ. ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ກາ​ນພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕາມ​ຂອບ​ເຂດ ອາ​ຊຽນ + 1. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ອາ​ຊຽນຄວນ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ໃຈກາງ​ໃນ​ເລື່ອງ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ນາໆ​ຊາດ, ນາໆ​ຂົງ​ເຂດ ​ແລະ ອີງ​ໃສ່​ກົດໝາຍ​.

 

ຂ່າວ/ບົດ​ອື່ນ