ຢູແກຼນ:ການປະທະກັນນອງເລືອດເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດແລະຖືກບາດເຈັດຢູ່Odessa

ຢູແກຼນ:ການປະທະກັນນອງເລືອດເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດແລະຖືກບາດເຈັດຢູ່Odessa - ảnh 1
ຜູ້ແຫ່​ຂະ​ບວນປະ​ທ້ວງ​ມາ​ຈາກ Kiev ​ແລະ Kharkov ​ໄດ້​ຈູດຄ້າຍ​ຕ່າງໆຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ Odessa
(ພາບ: ຈາກອີນເຕີເນັດ)

(vovworld) – ສະພາບການ​ຢູ່ ຢູ​ແກຼນ ພວມຜັນ​ແປ​ໄປ​ຢ່າງ​ສັບສົນ​​ເມື່ອ​ ເກີດ​ການ​ປະ​ທະ​ກັນຕ່າງໆ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ໃຫ້ຫັນ​ ຢູ​ແກຼນ ເປັນ​ສະຫະພັນ ​ແລະ ບັນດາ​ຜູ້​ຢາ​ກ​ໂຮມ​ປະ​ເທດຊາດ​ເປັນ​ເອກະ​ພາບ​ຢູ່​ແຂວງ Odessa, ພາກ​ໃຕ້ ຢູ​ແກຼນ, ​ໄດ້ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 37 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ​ເກືອບ 200 ຄົນ. ນີ້​ແມ່ນ​ການ​ປະ​ທະ​ກັນ​ທີ່​ກໍ່​ຄວາມລົ້ມ​ຫາຍ​ຕາຍ​ຈາກ ​ແລະ ​ບາດ​ເຈັບຫຼາຍກວ່າໝູ່ຢູ່ ຢູ​ແກຼນ ນັບ​ແຕ່​ເມື່ອອຳນາດ​ການ​ປົກ​ຄອງ​ຊົ່ວຄາວ​ຂຶ້ນກຳອຳນາດ. ສຳນັກ​ຂ່າວ ITAR – TARS ຂອງ ລັດ​ເຊຍ​ໃຫ້​ຮູ້​ວ່າຜູ້​ແຫ່​ຂະ​ບວນປະ​ທ້ວງ​ຫຼາຍຄົນລວມມີ​ກອງ​ເຊຍບານ​ເຕະທີ່​ມາ​ຈາກ Kharkov, ບັນດາສະມາຊິກ​ຝ່າຍຂວາ ​ແລະ ກຳລັງກອງຫຼອນ Kiev ​ໄດ້​ໄປ​ຍັງແຂວງ Odessa ​ແລະ ມີ​ການ​ປະ​ທະ​ກັນ​ກັບ​ຝ່າຍ​ສະໜັບສະໜູນການຫັນ​ ຢູ​ແກຼນ ເປັນ​ສະຫະພັນ. ຜູ້ແຫ່​ຂະ​ບວນປະ​ທ້ວງ​ມາ​ຈາກ Kiev ​ແລະ Kharkov ​ໄດ້​ຈູດຄ້າຍ​ຕ່າງໆຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ Odessa, ຫຼັງຈາກ​ນັ້ນ​ໄດ້​ເຮັດ​ໃຫ້ໄຟໄໝ້ສຳນັກ​ກຳມະບານ​ແຂວງ​, ​ແຫ່ງທີ່ມີ​ຜູ້ແຫ່​ຂະ​ບວນປະ​ທ້ວງ​ Odessa ຫຼາຍຄົນ, ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ເກືອບ 40 ຄົນ ​ແລະ ຜູ້​ຖືກ​ຮັບ​ບາດ​ເຈັດ​ປະມານ 200 ຄົນ. ສະພາ​ນະຄອນ Odessa ປະກາດ​ຈະ​ໄວ້ທຸກ​ບັນດາ​ຜູ້​ເສຍ​ຊີວິດ​ໃນ​ເວລາ 3 ວັນ.


ຂ່າວ/ບົດ​ອື່ນ