ລູກກະແຈເພື່ອບັນລຸຄວາມກ້າວໜ້າຮອບດ້ານກ່ຽວກັບການພັດທະນາມະນຸດ

ລູກກະແຈເພື່ອບັນລຸຄວາມກ້າວໜ້າຮອບດ້ານກ່ຽວກັບການພັດທະນາມະນຸດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 5/2, ຢູ່​ພິທີ​ປະກາດບົດ​ລາຍ​ງານ​ພັດທະນາ​ມະນຸດ​ ຫວຽດນາມ ກ່ຽວ​ກັບ​ການ​ເຕີບ​ໂຕ​ຮອບດ້ານ ​ແລະ ບົດ​ລາຍ​ງານ​ພັດທະນາ​ມະນຸດ​ທົ່ວ​ໂລກ​​ປີ 2015 ​ໂດຍ​ສະພາ​ມະຫາບັນດິດ​ວິທະຍາສາດ​ສັງຄົມ ຫວຽດນາມ ສົມທົບ​ກັບ​ລາຍການ​ພັດທະນາ​ສະຫະ​ປະຊາ​ຊາດ ຈັດ​ຕັ້ງ, ສາ​ສະ​ດາ​ຈານ, ດຣ ຫງວຽນ​ຊວນ​ທັ໋ງ, ປະທານ​ສະພາ​ມະຫາບັນ​ດິດ, ​ເນັ້ນ​ໜັກ​ວ່າ, ການ​ພັດທະນາ​ຢ່າງຮອບດ້ານ​ແມ່ນລູກ​ກະ​ແຈ​ເພື່ອ​ບັນລຸ​ຄວາມ​ກ້າວໜ້າ​ຮອບດ້ານ​ ກ່ຽວ​ກັບ​ການ​ພັດທະນາ​ມະນຸດ. ພາຍຫຼັງ 3 ທົດ​ສະ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ການ​ພັດທະນາ​ມະນຸດ​ຢູ່​ ຫວຽດນາມ​ໄດ້​ມີ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ, ດັດຊະນີ​ພັດທະນາ​ມະນຸດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ ນັບ​ແຕ່​ທ້າຍ​ຊຸມ​ປີ 90, ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ຜົນງານ​ດີ​ທີ່​ສຸດກ່ຽວ​ກັບ​ການ​ພັດທະນາ​ມະນຸດ​ໄລຍະ 1990-2000.

ສ່ວນ​ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ​ສະຫະ​ປະຊາ​ຊາດຢູ່ ​ຫວຽດນາມ ກໍ່ຊີ້​ແຈ້ງ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ບົດ​ລາຍ​ງານ​ວ່າ, ຫວຽດນາມ​ຈະ​ສືບ​ຕໍ່​ພັດທະນາ​ສຳ​ເລັດ​ຜົນ​ໄດ້​ຫຼື​ບໍ ​ແມ່​ນອີງ​ໃສ່​ຄວາມ​ສາມາດ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເພື່ອ​ທຸກ​ຄົນ ​ແລະ ມີ​ຄວາມ​ຍຸຕິ​ທຳ. ສິ່ງ​ດັ່ງກ່າວ​ແມ່ນ​ເລີ່​ມມາ​ຈາກ​ຄວາມ​ສາມາດ​ສະໜອງ​ວຽກ​ເຮັດ​ງານ​ທຳ​ຢ່າງ​ຄົບ​ຖ້ວນ, ກາລະ​ໂອກາດ ​ແລະ ການ​ອຸປະຖຳ​ໃຫ້​ແກ່​ທຸກ​ຄົນ, ພິ​ເສດ​ແມ່ນ​ຄົນ​ທຸກ​ຍາກ, ຜູ້​ທີ່ມີ​ລາຍ​ຮັບ​ຕຳ່, ຊາວ​ກະສິກອນ...

ຂ່າວ/ບົດ​ອື່ນ