ລົງນາມໃນສັນຍາຮ່ວມມືດ້ານວິຊາສະເພາະ,ຮັບບັນດາທ່ານໝໍກູບາມາເຮັດວຽກຢູ່ຫວຽດນາມ

ລົງນາມໃນສັນຍາຮ່ວມມືດ້ານວິຊາສະເພາະ,ຮັບບັນດາທ່ານໝໍກູບາມາເຮັດວຽກຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບອີ​ນ​ເຕີ​ແນັດ)

(vovworld) - ​​​​ຕອ​ນ​ບ່າຍ​ວັນ​ທີ 16/03, ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ດ້ານ​ວິ​ຊາ​ສະ​ເພາະ​ລະ​ຫວ່າງ​ໂຮງ​ໝໍ​ຫຼາຍ​ຂະ​ແໜງ​ສາ​ກົນ ທຸ​ກຸ໋ກ ແລະ ບ​ໍ​ລິ​ສັດ SMC (ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກູ​ບາ) ຖືກ​ດຳ​ເນີນ​ຢ​ູ່​ຮ່າ​ໂນ້ຍ. ຕາມນັ້ນ​ແລ້ວ, ບ​ໍ​ລິ​ສັດ SMC ຈະ​​ສົ່ງ​ບັນ​ດາ​ທ່ານ​ໝ​ໍ​ກູ​ບາ ມາ​ເຮັດ​ວຽກ​ຢູ່ ໂຮງ​ໝໍ​ຫຼາຍ​ຂະ​ແໜງ​ສາ​ກົນ ທຸ​ກຸ໋ກ ​ໃນ​ໄລ​ຍະ​ຍາວ. ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ແມ່ນ ສະ​ເພາະ​​ຂະ​ແໜງເຊິ່ງ​ກູ​ບາ ມີ​ທ່າ​ແຮງ​ຄື: ທ່ານ​ໝ​ໍ​ຂະ​ແໜງເດັກ, ຜ່າ​ຕັດ​ເສີມ​ສວຍ, ທ່ານ​ໝ​ໍ​ຄອບ​ຄົວ… ຜູ້​ຕາງ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ທ່ານ​ໝໍ​ຈາກ​ກູ​ບາ ມາ​ເຮັດ​ວຽກຢູ່ຫ​ວຽດ​ນາມ​; ພິ​ເສດ​ແມ່ນ​ເລື່ອງ​ອອກໜັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ອາ​ຊີບ​ໃຫ້​​ບັນ​ດາທ່ານ​ໝ​ໍ​ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ