ລັດຖະບານ ຝຣັ່ງ ມອບຫຼຽນໄຊອັດສະວິນວັດທະນະທຳ ແລະ ສິລະປະໃຫ້ທ່ານ ຫງວຽນເຍິດແອງ

(VOVWORLD) - ວັນທີ 16 ສິງຫາ, ໂດຍຕາງໜ້າລັດຖະມົນຕີກະຊວງວັດທະນະທຳ ແລະ ສື່ສານ ສ.ຝຣັ່ງ, ທ່ານ Estiene Rolland Piegue ທີ່ປຶກສາການຮ່ວມມື ແລະ ເຄື່ອນໄຫວວັດທະນະທຳຂອງສະຖານທູດ ຝຣັ່ງ ປະຈຳ ຫວຽດນາມ

ໄດ້ປະດັບຫຼຽນໄຊອັດສະວິນວັດທະນະທຳ ແລະ ສິລະປະຂອງລັດຖະບານ ຝຣັ່ງ ໃຫ້ທ່ານ ຫງວຽນເຍິດແອງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ສື່ສານ ຍານາມ.

        ກ່າວຄຳເຫັນທີ່ພິທີ, ທ່ານ Estiene Rolland Piegue ໃຫ້ຮູ້ວ່າ: ທ່ານ ຫງວຽນເຍິດແອງ ແລະ ບໍລິສັດຫຸ້ນສ່ວນວັດທະນະທຳ ແລະ ສື່ສານ ຍານາມ ໄດ້ປະສົບຜົນສຳເລັດ ເມື່ອນຳມາໃຫ້ວັດທະນະທຳຊາວໜຸ່ມ, ເຍົາວະຊົນມີທີ່ຕັ້ງສຳຄັນໃນການຈຳໜ່າຍປື້ມອ່ານຂອງ ຝຣັ່ງ ກ່ຽວກັບເກນອາຍຸຊາວໜຸ່ມ, ເຍົາວະຊົນ. ທ່ານ ຫງວຽນເຍິດແອງ ໄດ້ມີການປະກອບສ່ວນໃນການແນະນຳປື້ມອ່ານ, ແນວຄວາມຄິດ ຝຣັ່ງ ຢູ່ ຫວຽດນາມ, ຊຸກຍູ້ວັດທະນະທຳ, ພັດທະນາການຮ່ວມມືດ້ານວັດທະນະທຳລະຫວ່າງ 2 ປະເທດ ຝຣັ່ງ ແລະ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ