ລັດຖະບານ ລາວ ປະກາດ ເມືອງ ສະໜາມໄຊ ແມ່ນເຂດປະສົບໄພພິບັດຢ່າງຮີບດ່ວນ

(VOVWORLD) - ຄະນະກຳມະການພວມສືບຕໍ່ໜູນຊ່ວຍຜູ້ຖືກຮັບເຄາະຮ້າຍຈາກເຫດການດັ່ງກ່າວ, ໂດຍສະເພາະແມ່ນກ່ຽວກັບທັນຍາຫານ, ບ່ອນຢູ່, ໂສ້ງເສື້ອ ແລະ ຢຸກຢາ
ລັດຖະບານ ລາວ ປະກາດ ເມືອງ ສະໜາມໄຊ ແມ່ນເຂດປະສົບໄພພິບັດຢ່າງຮີບດ່ວນ - ảnh 1 ພາບປະກອບ

ສຳນັກຂ່າວສານ KPL (ສປປ ລາວ) ໄດ້ຄັດສະເໜີແຈ້ງການຂອງຫ້ອງວ່າການສຳນັກຂ່າວສານນາຍົກລັດຖະມົນຕີ ລົງວັນທີ 24 ກໍລະກົດໂດຍໃຫ້ຮູ້ວ່າ: ລັດຖະບານ ປະເທດນີ້ໄດ້ປະກາດເຂດຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື, ແມ່ນເຂດຖືກໄພພິບັດຢ່າງຮີບດ່ວນ, ຖືກຜົນສະທ້ອນໂດຍກົງຈາກເຫດເຂື່ອນໄຟຟ້າ ເຊປຽນ ເຊນ້ຳນ້ອຍ ຢູ່ແຂວງນີ້ແຕກ.

        ທ່ານ ປາສົງ ວົງຄຳຈັນ, ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າຄະນະເລຂາຄະນະກຳມະການປົກປ້ອງ ແລະ ຕິດຕາມກວດກາໄພພິບັດທຳມະຊາດແຫ່ງຊາດ, ໃຫ້ຮູ້ວ່າ: ຄະນະກຳມະການພວມສືບຕໍ່ໜູນຊ່ວຍຜູ້ຖືກຮັບເຄາະຮ້າຍຈາກເຫດການດັ່ງກ່າວ, ໂດຍສະເພາະແມ່ນກ່ຽວກັບທັນຍາຫານ, ບ່ອນຢູ່, ໂສ້ງເສື້ອ ແລະ ຢຸກຢາ. ປະຈຸບັນ, ຄະນະເລຂາຄະນະກຳມະການປົກປ້ອງ ແລະ ຕິດຕາມກວດກາໄພພິບັດທຳມະຊາດແຫ່ງຊາດພວມສົມທົບກັບກຳລັງທະຫານ, ຕຳຫຼວດ, ບັນດາອົງການຈັດຕັ້ງມະຫາຊົນ, ສ່ວນບຸກຄົນ ແລະ ປະຊາຊົນນຳໃຊ້ບັນດາພາຫະນະຄືເຮືອບິນ, ເຮືອ ເພື່ອຍົກຍ້າຍປະຊາຊົນຢູ່ໃນເຂດປະສົບເຄາະຮ້າຍໄປຍັງເຂດປອດໄພ. ໄປຄຽງຄູ່ກັນນັ້ນແມ່ນສືບຕໍ່ຊອກຫາບັນດາຜູ້ຖືກຫາຍສາບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ