ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ, ໃນນັ້ນມີບໍລິສັດ Honda ທຳມາຫາກິນປະສົບຜົນສຳເລັດຢູ່ ຫວຽດນາມ. 
ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Seiji Kuraishi

ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ທີ່ການຕ້ອນຮັບທ່ານ Seiji Kuraishi, ຮອງປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Honda Motor (ຍີ່ປຸ່ນ) ໃນວັນທີ 15 ມັງກອນ ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງບໍລິສັດ Honda ມີຜະລິດຕະພັນດີຫລາຍຢ່າງ, ມີບັນດາການເຄື່ອນໄຫວສັງຄົມຕັ້ງໜ້າ; ພ້ອມທັງສະແດງຄວາມປາດຖະໜາວ່າ ບໍລິສັດ Honda ຈະຍູ້ແຮງການນຳໃຊ້ເຄື່ອງອາໄຫຼ່ທີ່ສະໜອງໃຫ້ແກ່ການຜະລິດລົດໂອໂຕຂອງບໍລິສັດ Honda ຢູ່ ຫວຽດນາມ ຍ້ອນວ່າ ຫວຽດນາມ ມີເງື່ອນໄຂສະດວກໃຫ້ແກ່ເລື່ອງດັ່ງກ່າວ.

        ສ່ວນທ່ານ Kuraishi ໃຫ້ຮູ້ວ່າ: ບໍລິສັດ Honda ພວມເປີດກ້ວາງ ສູ່ຂົງເຂດຜະລິດລົດໂອໂຕ ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫລາດສຳຄັນ; ທ່ານຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ.

        ແລະກໍ່ໃນວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Tatsuo Yasunaga ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ Mitsui (ຍີ່ປຸ່ນ) ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ