ລັດຖະບານ ຫວຽນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຫະປະຊາຊາດ

ລັດຖະບານ ຫວຽນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະຫະປະຊາຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
 ​ໃຫ້ການ​ຕ້ອນຮັບ​ທ່ານ Kamal Malhotra
(ພາບ: TTXVN)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 23/01 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ Kamal Malhotra ຫົວ​ໜ້າ​ຜູ້ຕາງໜ້າ​ໂຄງການ​ພັດທະນາ​ຂອງສະຫະ​ປະຊາ​ຊາດປະຈຳ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ອວຍພອນ​ທ່ານ Kamal Malhotra ​ຮັບ​ໜ້າ​ທີ່ຢູ່ ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ​ໃນ​ທຸກ​ສະ​ໄໝ​ລ້ວນ​ແຕ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ສະຫະ​ປະຊາ​ຊາດ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ດ້ວຍ​ບົດຮຽນ​ຂອງ​ຕົນ, ທ່ານ Kamal Malhotra ຈະ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສະຫະ​ປະຊາ​ຊາດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຍົກ​ອອກ​ບັນດາ​ຄຳ​ເຫັນ​​ໃຫ້​ຄຳປຶ​ກສາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ​ ຄື: ​ເຮັດ​ແນວ​ໃດ ​ເພື່ອ​ຫຼີກລ້ຽງ​ໄດ້ລະດັບ​ລາຍ​ຮັບ​ປານ​ກາງ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ສຳ​ເລັດ​ ​ບັນດາ​ຈຸດໝາຍ​ພັດ​ທະນາສະຫັດ​ສະ​ວັດ (MDGs) ຂອງ ສະຫະ​ປະຊາ​ຊາດ, ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP), ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ ​ເພື່​ອ​ຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ, ​​ໃຫ້ຄຳ​ປຶກສາ. ທ່ານ​ນາຍົກລັດຖະມົນຕີ ປາດຖະໜາ​ ​ແລະ ​ເຊື່ອ​ໝັ້ນ​ວ່າ ທ່ານ Kamal Malhotra​ ຈຳ​ສຳ​ເລັດ​ໜ້າ​ທີ່​ຮັກ​ບຜິດ​ຊອບ​ໃນ​ອາຍຸ​ການ​ຂອງ​ຕົນ.

        ສ່ວນ​ທ່ານ Kamal Malhotra ກໍ່ຢືນຢັນ​ວ່າ: ​ໃນ​ຖານະ​ເປັນ​ຜູ້​ປະສານ​ງານ​ປະຈຳ ​ແລ​ະ ຫົວ​ໜ້າ​ຜູ້​ຕາງ​ໜ້າ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ, ທ່ານ​ຈະ​ຕັ້ງໜ້າປະກອບສ່ວນ ​ແລະ ສົມທົບ​ກັບ​ບັນດາ​ອົງການຂອງ ຫວຽ​ດນາມ ​ແລະ ສະ​ຫະປະຊາ​ຊາດ​ເປັນ​ຢ່າງ​ດີ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະຫະ​ປະຊາ​ຊາດ ​ແລະ ຫວຽດນາມ, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ແລະ ພັດທະນາ​ປະ​ເທດ​ຊາດ​, ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງໃຫ້​ສຳ​ເລັດ​ຜົນ​ຢ່າງ​ຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ