ລັດຖະບານ ອັງກິດ ຮັບຮອງເອົາຮ່າງຂໍ້ຕົກລົງຖອນຕົວອອກຈາກ EU

(VOVWORLD) - ນີ້ແມ່ນບາດກ້າວຕັດສິນໃນວິວັດທະນາການເຈລະຈາ Brexit, ຜ່ານນັ້ນຈະຍົກອອກຂໍ້ຕົກລົງ Brexit ກ້າວໄປເຖິງການຮອງຮັບເອົາຢ່າງເປັນທາງການ.

 ລັດຖະບານ ອັງກິດ ເຫັນດີເປັນເອກະພາບຮັບຮອງເອົາຮ່າງຂໍ້ຕົກລົງຖອນຕົວອອກຈາກ EU (ຫຼືຍັງເອີ້ນວ່າ ຂໍ້ຕົກລົງ Brexit) ພາຍຫຼັງກອງປະຊຸມລັດຖະບານໃນວັນທີ 14 ພະຈິກ. ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢັ້ງຢືນວ່າ: ນີ້ແມ່ນບາດກ້າວຕັດສິນໃນວິວັດທະນາການເຈລະຈາ Brexit, ຜ່ານນັ້ນຈະຍົກອອກຂໍ້ຕົກລົງ Brexit ກ້າວໄປເຖິງການຮອງຮັບເອົາຢ່າງເປັນທາງການ. ເຖິງວ່າ, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຮັບການສະໜັບສະໜູນຈາກຄະນະລັດຖະບານຂອງຕົນກໍ່ຕາມ, ແຕ່ທ່ານນາງຈະຕ້ອງປະເຊີນໜ້າກັບບັ້ນຮົບຢູ່ສະພາຕ່ຳ ເມື່ອຂໍ້ຕົກລົງນີ້ໄດ້ຍົກອອກມາເພື່ອໃຫ້ສັດຕະຍາບັນ.

        ຮ່າງຂໍ້ຕົກລົງ Brexit ແລະ ບັນດາຂໍ້ຕົ້ນຕໍຂອງຖະແຫຼງການການເມືອງກ່ຽວກັບອະນາຄົດຂອງການພົວພັນ ອັງກິດ - ອີຢູ ໂດຍ ອີຢູ ປະກາດໃນຕອນຄ່ຳວັນທີ 14 ພະຈິກ ຢູ່ ບຣຸກແຊນ. ທ່ານ Michel Barniner, ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ (EU) ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກກຸ່ມນີ້, ຖະແຫຼງວ່າ ບຣຸກແຊນ ແລະ ລອນດອນ ບັນລຸໄດ້ຄວາມຄືບໜ້າມີລັກສະນະຕັດສິນ, ເປີດເສັ້ນທາງພາໄປເຖິງການສ້າງສຳເລັດຂໍ້ຕົກລົງລະຫວ່າງ EU ແລະ ປະເທດ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ