ລັດຖະບານຊີຣີຮຽກຮ້ອງບັນດາຝ່າຍເຈລະຈາກ່າວປະນາມເຫດກໍ່ການຮ້າຍຢູ່ Homs

ລັດຖະບານຊີຣີຮຽກຮ້ອງບັນດາຝ່າຍເຈລະຈາກ່າວປະນາມເຫດກໍ່ການຮ້າຍຢູ່ Homs - ảnh 1
ທ່ານ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ລັດ​ຖະ​ບານ​ຊ​ີ​ຣີ Bashar al Jaafari
(ພາບ: almanar.com.lb)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/02, ທ່ານ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ລັດ​ຖະ​ບານ​ຊ​ີ​ຣີ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ເຊີ​ແນວ​ Bashar al Jaafari ໄດ້​ຮ​ຽ​ກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກ່າວ​ປະ​ນາມ​ເຫດ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່ Homs. ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ສະ​ຫະ​ປະ​ຊາ​ຊາດ​ທ່ານ Staffan de Mistura, ທ່ານ Jaafari ຢືນ​ຢັນ​ວ່າ, ເຫດ​ການ​ຢູ່ Homs ໄດ້​ສ້າງ​ຄວາມ​ມືດ​ມົວ​ຕໍ່​​ຮອບເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ເຊີ​ແນ​ວ ແລະ ນີ້ບໍ່​ພຽງ​ແຕ່​ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​​ເຫດ​ບຸກ​ໂຈມ​ຕີ​ດ້​ານ​ການ​ເມືອງ​ອີກ​ດ້ວຍ. ສ່ວນ​ທ່ານ Staffan de Mistura ກໍ່​ຖະ​ແຫຼງ ກ່າວ​ປ​ະ​ນາມ​ເຫດ​ບຸກ​ໂຈມ​ຕີ​ຢູ່ Homs ແມ່ນ​ກົນ​ອຸ​ບາຍ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ເຊີ​ແນວ ຫັນ​ໄປ​ສ​ູ່​ທິດ​ອື່ນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວິ​ວັດ​ທະ​ນາ​ການ​ການ​ເມືອງ​ຢູ່​ຊີ​ຣີ ມີ​ຜົນ​ປະ​ໂຫຍດ ເມື່ອບໍ່​ປະ​ໃຫ້​ບັນ​ດາ​ກົນ​ອຸ​ບາຍນັ້ນ​ບັນ​ລຸ​ຜົນ​ສຳ​ເລັດ.


ຂ່າວ/ບົດ​ອື່ນ