ລັດຖະບານບໍ່ດັດປັບບັນ ດາຄາດໝາຍດເສດ ຖະກິດສັງຄົມທີ່ໄດ້ ວາງອອກ


ລັດຖະບານບໍ່ດັດປັບບັນ ດາຄາດໝາຍດເສດ ຖະກິດສັງຄົມທີ່ໄດ້ ວາງອອກ - ảnh 1

 (ພາບ: vov.vn )

 (vovworld)- ​ ຕອນ​ເຊົ້າ​ວັນ​ທີ 31/7, ລັດຖະບານ​ສືບ​ຕໍ່​ວາລະ​ປະຊຸມ​ນັດ​ສາມັນ​ປະຈຳ​ເດືອນ 7/2014 ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ເດືອນ 7/2014 ​ແລະ ​ໃນ 7 ​ເດືອນ​ຕົ້ນປີ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ທ່ານສະມາຊິກ​ລັດຖະບານ, ສະພາບເສດຖະກິດ​ສັງຄົມ​ໃນ​ເດືອນ 7/2014 ​ແລະ ​ໃນ 7 ​ເດືອນ​ຕົ້ນປີສືບ​ຕໍ່ຫັນປ່ຽນ​ຕາມ​ທິດຕັ້ງໜ້າ. ​ໄປ​ເງິນ​ເຟີ້​ໃນ​ເດືອນ 7 ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ລະດັບ 1,62%, ວົງ​ເງິນ​ສົ່ງ​ອອກ​ໃນ 7 ​ເດືອນ​ຜ່ານ​ມາ​ເພີ່ມ​ຂຶ້ນ​ກ່ວາ 14% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ດ້ວຍ​ຈຳນວນ​ເງິນ 84 ຕື້​ໂດ​ລາ​ສະຫະລັດ, ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ, ການ​ບໍລິການ, ຊີວິດ​ສັງຄົມ​ກໍ່​ບັນລຸ​​ໄດ້​ຫຼາຍ​ໝາກຜົນ​ທີ່​ຕັ້ງໜ້າ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ຊີ້​​ແຈ້ງວ່າ:

   “ລັດຖະບານ​ຕັດສິນ​ໃຈ​ບໍ່​ດັດ​ປັບ​ຈຸດໝາຍ, ໜ້າ​ທີ່​ໃດໆ. ຍັງ​ອີກ 5 ​ເດືອນ, ພວກ​ເຮົາ​ຈະ​ເຫັນ​ດີ​​ເຫັນ​ພ້ອມ​ວ່າ​ຕ້ອງຮັກສາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ນັບ​ແຕ່​ຕົ້ນປີ, ສູ້​ຊົນ​ດ້ວຍ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ທີ່​ວາງ​ອອກ. ຂ້າພະ​ເຈົ້າສະ​ເໜີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທ່ານ​ລັດຖະມົນຕີ​ຈົ່ງ​ຊຸກຍູ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດ“

ຂ່າວ/ບົດ​ອື່ນ