ລັດຖະບານລາວ ຮັບຮູ້ບັນດາການປະກອບສ່ວນຂອງຄະນະນັກການທູດຫວຽດນາມ ຢູ່ຊີແນວ

ລັດຖະບານລາວ ຮັບຮູ້ບັນດາການປະກອບສ່ວນຂອງຄະນະນັກການທູດຫວຽດນາມ ຢູ່ຊີແນວ - ảnh 1
ລັດຖະບານ​ລາວ ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງ​
ຄະນະ​ນັກ​ການ​ທູດ​ຫວຽດນາມ ຢູ່​ຊີ​ແນວ
(ພາບ: vietnamplus.vn)


(vovworld) – ວັນ​ທີ 05/12, ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ທອງ​ຜ່ານ ສະຫວັນ​ເພັດ ຢູ່​ເຊີ​ແນວ, ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ ​ແລະ ມອບ​ໃບ​ຍໍ້​ອງຍໍ​ຂອງ​ລັດຖະບານ​ລາວ ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະ​ນັກ​ການ​ທູດ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ສາກົນອື່ນໆ​ຢູ່​ເຊີ​ແນວ, ພາຍຫຼັງ​ທີ່ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຫຼາຍ​ຢ່າງ​ຂອງ​ຄະນະ​ນັກ​ການ​ທູດ​ຫວຽ​ດນາມ ຢູ່​ເຊີ​ແນວ ​ໃນ​ຕະຫຼອດ​ໄລຍະ​ທີ່​ສປປ​.ລາວ ຍື່ນ​ໃບ​ສະ​ເໜີ​ຂໍ້​ເຂົ້າ​ເປັນສະມາຊິກ​ WTO. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ​ໄດ້​ສະ​ແດງ​ຄວາມຊາບ​ຊຶງ​ຕໍ່​ການ​ຮັບ​ຮູ້​ຂອງ​ລັດຖະບານ​ລາວ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ, ພວມ ​ແລະ ຈະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ຄະນະ​ນັກ​ການ​ທູດ 2 ປະ​ເທດປະຈຳ​ເຊີ​ແນວ ​ໃຫ້​ນັບ​ມື້​ນັບໝັ້ນຄົງ ​ແລະ ​ແຕກ​ດອກ​ອອກ​ຜົນ.

ຂ່າວ/ບົດ​ອື່ນ