ລັດຖະບານລາວປະດັບຫຼຽນກາມິດຕະພາບໃຫ້ໝູ່ຄະນະ,ສ່ວນບຸກຄົນສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ

ລັດຖະບານລາວປະດັບຫຼຽນກາມິດຕະພາບໃຫ້ໝູ່ຄະນະ,ສ່ວນບຸກຄົນສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ - ảnh 1
(ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຫຼວງ​ພະ​ບາງ
ປະ​ດັບຫຼຽນ​ກາ​ມິ​ດ​ຕະ​ພາບໃຫ້ທ່ານເຈີນ​ວັນ​ຕ໋ວນ)

(vovworld) - ຕອນ​ຄ່ຳ​ວັນ​ທີ 19/10, ອຳ​ນາດ​ການ​ປົກ​ຄອງ​ແຂວງ​ຫຼວງ​ພະ​ບາງ ໄດ້​ຈັດ​ພິ​ທີ ​ປະ​ດັບຫຼຽນ​ກາ​ມິ​ດ​ຕະ​ພາບ​​ຂອງ​ລັດ​ຖະ​ບານ​ລາວ ໃຫ້ 1 ໝູ່​ຄະ​ນະ, 11 ສ່ວນ​ບຸກ​ຄົນ​ຂອງສະ​ຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ​ປະ​ຈຳ​ຫຼວງ​ພະ​ບາງ. ທ່ານ​ເລ​ຂາ​ພັ​ກ​ແຂວງ​ຫຼວງ​ພະ​ບາງ ຄຳ​ຂັນ​ ຈັນ​ທະ​ວິ​ສຸກ ຢື​ນ​ຢັນ​ວ່າ, ໃນ​ຊຸມ​ປີ​ຜ່ານ​ມາ, ​ສະຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ຢູ່​ເຂດ​ພາກ​ເໜືອ​ລາວ, ໃນ​ນັ້ນ​ມີ​ທ່ານ​ຫົວ​ໜ້າ​ສະຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ເຈີນ​ວັນ​ຕ໋ວນ ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊຸກ​ຍູ້ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ແຂວງ​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ແຂວ​ງ​ທາງ​ພາກ​ເໜືອ​ລາວ. ​ສະຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ແຂວງ ຫຼວງ​ພະ​ບາງ ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​​ກັນຫຼາຍ​ດ້ານ​ຄື: ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ມອບ​ສົ່ງ​​ເຕັກ​ນິກ​, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ, ການ​ລົງ​ທຶນ, ສ​້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ພົນ​ລະ​ເມືອງ 2 ປະ​ເທດ ກ​ໍ​ຄື​ພົນ​ລະ​ເມືອງ​ປະ​ເທດ​ທີ 3 ໄດ້​ໄປ​ມາ, ເຮັດ​ວຽກ ແລະ ​ທ່ອງ​ທ່ຽວ​ຜ່ານ​ຫວຽດ​ນາມ.

        ທ່ານ​ຫົວ​ໜ້າ​ສະຖານ​ກົງ​ສູນ​ໃຫຍ່​ຫວຽດ​ນາມ ເຈີນ​ວັນ​ຕ໋ວນ ຢືນ​ຢັນ​ວ່າ, ຫຼຽນ​ກາ​ມິດ​ຕະ​ພາບ​ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈໃຫ້​ພະ​ນັກ​ງານ, ພາ​ລະ​ກອນ​ສະຖານ​ກົງ​ສູນ​ໃຫຍ່​ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ສືບ​ຕໍ່​ອຸ​ທິດ​​ກຳ​ລັງ​ເ​ຫື່ອ​ແຮງ, ປະ​ຕິ​ບັດ​ໜ​້າ​ທີ່​ເຊິ່ງ​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີກວ່າ​ອີກ.

ຂ່າວ/ບົດ​ອື່ນ