ລັດຖະບານລາວສັ່ງຢຸດຊົ່ວຄາວບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ລົງນາມ MOU ແລະ PDA

(VOVWORLD) -ຕອນທ່ຽງວັນທີ 7 ສິງຫາ, ກະຊວງການຕ່າງປະເທດຂອງລາວໄດ້ຈັດການຖະແຫຼງຂ່າວກ່ຽວກັບສະພາບນ້ຳຖ້ວມຢູ່ລາວ ແລະ ຄວາມຄືບໜ້າໃນການແກ້ໄຂຜົນຮ້າຍຢ້ອນຫຼັງອຸບັດເຫດອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍ ແຂວງອັດຕະປືແຕກ. 
 ລັດຖະບານລາວສັ່ງຢຸດຊົ່ວຄາວບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ລົງນາມ MOU ແລະ PDA - ảnh 1(ພາບປະກອບ: TTXVN) 

ກ່າວຄຳເຫັນໃນການຖະແຫຼງຂ່າວ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວໃຫ້ຮູ້ວ່າ: ຍ້ອນອຸບັດເຫດອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຕກ, ລັດຖະບານລາວໄດ້ຕັດສິນໃຫ້ຢຸດຊົ່ວຄາວທັງໝົດບັນດາໂຄງການເຂື່ອນໄຟຟ້າທີ່ໄດ້ລົງນາມບົດບັນທຶກຊ່ວຍຈຳ (MOU) ແລະ ສັນຍາພັດທະນາໂຄງການ (PDA) ໃນທົ່ວປະເທດ ເພື່ອດຳເນີນການຕີລາຄາ ແລະ ກວດກາຕື່ມອີກ.

ກ່ອນໜ້ານັ້ນ, ໃນເວລາ 20 ໂມງ ຂອງວັນທີ 23 ກໍລະກົດ ຕາມເວລາຢູ່ຫວຽດນາມ ໄດ້ເກີດເຫດການອ່າງເກັບນ້ຳເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍແຕກ, ກໍ່ໃຫ້ເກີດນ້ຳຖ້ວມໃນ 10 ບ້ານ ຢູ່ລຸ່ມເຂື່ອນ ແລະ ເຮັດໃຫ້ຖືກຕິດຄ້າງທົ່ວທັງເມືອງສະໜາມໄຊ, ໃນນັ້ນມີ 5 ບ້ານຂອງເມືອງສະໜາມໄຊຖືກນ້ຳຖ້ວມທັງໝົດ. ເຫດເຂື່ອນແຕກໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍກວ່າ 1.300 ຄອບຄົວ, 6.600 ກວ່າຄົນ ແລະ ມີຫຼາຍຄົນຖືກຫາຍສາບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ