ລັດຖະບານສືບຕໍ່ເພີ່ມທະວີການປະຕິຮູບລະບຽບການບໍລິຫານ

(VOVWORLD) -ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບ ກົມກວດກາລະບຽບການບໍລິຫານ (ຂຶ້ນກັບຫ້ອງວ່າການລັດຖະບານ) ແລະ ສະພາໃຫ້ຄຳປຶກສາການປະຕິຮູບລະບອບລະບຽບການບໍລິຫານ.

ລັດຖະບານສືບຕໍ່ເພີ່ມທະວີການປະຕິຮູບລະບຽບການບໍລິຫານ - ảnh 1 (ລັດຖະບານສືບຕໍ່ເພີ່ມທະວີການປະຕິຮູບລະບຽບການບໍລິຫານ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ວຽກງານການປະຕິຮູບການບໍລິຫານ ເວົ້າລວມ, ກ່ອນອື່ນໝົດ ແມ່ນລະບຽບການບໍລິຫານ, ພວມແມ່ນບັນຫາທີ່ຮ້ອນເຮັ່ງຄວນສຸມໃສ່ແກ້ໄຂໃຫ້ຫຼາຍກວ່າອີກ. ຕາມນັ້ນແລ້ວ, ບົດບາດຂອງສະພາໃຫ້ຄຳປຶກສາການປະຕິຮູບບໍລິຫານແຫ່ງຊາດ ຕ້ອງສະເໜີມາດຕະການທີ່ດີກວ່າ, ແກ້ໄຂຄວາມຕ້ອງການຂອງປະຊາຊົນ ແລະ ວິສາຫະກິດໃຫ້ທັນການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໜຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ການເຕີບໂຕຊ້າ ແມ່ນລະບຽບການລົງທຶນ, ການປ່ອຍທຶນ… ສະນັ້ນ ເລື່ອງການປະຕິຮູບບໍລິຫານຮັບໃຊ້ການເຕີບໂຕເສດຖະກິດແມ່ນໜ້າທີອັນຮີບດ່ວນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ