ລັດຖະບານສຸມໃສ່ຊີ້ນຳຢ່າງຂ້ຽວຂາດເພື່ອບັນລຸປະສິດທິຜົນດ້ານເສດຖະກິດ, ສັງຄົມ

ລັດຖະບານສຸມໃສ່ຊີ້ນຳຢ່າງຂ້ຽວຂາດເພື່ອບັນລຸປະສິດທິຜົນດ້ານເສດຖະກິດ, ສັງຄົມ - ảnh 1
ການ​ປະຊຸມ​ຂ່າວປະຈຳ​ເດືອນຂອງ​ລັດຖະບານ
(ພາບ: dangcongsan.vn)


(vovworld) –  ​ທີ່​ການ​ປະຊຸມ​ຂ່າວປະຈຳ​ເດືອນຂອງ​ລັດຖະບານ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 31/07, ທ່ານ​ລັດຖະມົນຕີ, ຫົວ​ໜ້າ​ຫ້ອງ​ວ່າການ​ລັດຖະບານ ຫງວຽນວັນ​ເນັນ ​ໄດ້​ທົບ​ທວນຄືນ​ບັນດາ​ໝາກຜົນທີ່​ບັນລຸ​ໄດ້​​ໃນ​ການ​ພັດທະນາ​ເສດຖະກິດ​ເດືອນ 07 ​ແລະ 7 ​ເດືອນ​ຕົ້ນ​ປີ 2014 ຢ່າ​ງພໍ​ສົມຄວນ, ພ້ອມ​ທັງ​ຢືນຢັນ​ວ່າ ລັດຖະບານ​ຈະ​ສຸມ​ໃສ່​ຊີ້​ນຳ​ບໍລິຫານ​ຢ່າງ​ຂ້ຽວຂາດ​ດ້ວຍ​ຫຼາຍ​ມາດ​ຕະການ ​ເພື່ອ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງລະອຽດໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2014. ຕາມ​ນັ້ນ​ແລ້ວ, ທ່ານນາຍົກລັດຖະມົນຕີ​ໄດ້ຮຽກຮ້ອງ​ວ່າ ນັບ​ແຕ່​ເດືອນ 08 ​ເປັນ​ຕົ້ນ​ໄປຕ້ອງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ, ປ່ອຍ​ເງິນ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ພາກ​ລັດ, ລະດົມ​ແຫຼ່ງກຳລັງ​​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໃຫ້​ແກ່​ການ​ພັດທະນາ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຄຽງ​ຂ້າງ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິ​ຮູບ​ດ້ານ​ການບໍລິຫານ​ຕາມ​ທິດ​​ເປີດ​​ເຜີຍ, ກະ​ຈ່າງ​ແຈ້ງ, ມີ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ.

        ​ແລະ​ກໍ່​ໃນ​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ເນັນ ​ໄດ້​ຕອບ​ບາງ​ບັນຫາ​ທີ່​ຫາງ​ສຽງ​ສາກົນ​ພວມ​ສົນ​ໃຈ. ລະອຽດ​ແມ່ນ ສະພາບ​ຄວາມ​ປອດ​ໄພ​ທາງ​ການບິນ​ໃນ​ປະ​ຈຸ​ບັນພາຍຫຼັງ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຢູ່ໃນ​ໂລກ, ທ່ານ​ລັດຖະມົນຕີ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ທ່ານຮອງ​ນາຍົກລັດຖະມົນ ຮ່ວາງ​ຈູ​ງຫາ​ຍ ​ໄດ້​ຈັດ​ກອງ​ປະຊຸມ ​ແລະ ມີ​ຕຳ​ສັ່ງຄຳ​ຊີ້​ນຳຢ່າງ​ຂ້ຽວຂາດ ​ເພື່ອ​ໃຫ້​ກະຊວງ​ຄົມມະນາຄົມ​ສົນ​ສົ່ງ ກວດ​ກາ​ສະພາບ​ການ​ຢ່າງ​ລະອຽດ ​​ແນ​ໃສ່ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ການບິນ. ສຳລັບ​ສະພາບ​ຄົນ​ງານ​ຫວຽດນາມ ຢູ່​ບັນດາ​ເຂດ​ເກີດ​ການ​ປະ​ທະ​ກັນ​ຢູ່​ລີ​ບີ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ເນັນ ​ໃຫ້​ຮູ້​ວ່າ ທ່ານ​ນາຍົກລັດຖະມົນຕີ ​ໄດ​້ຊີ້​ນຳ​ຕ້ອງ​ຮັບປະກັນຄວາມ​ປອດ​ໄພ​ໃຫ້​ແກ່​ຄົນ​ງານ ພ້ອມ​ທັງ​ເຊື່ອມ​ຕໍ່​​ໂທລະສັບ​ສາຍດ່ວນ​ກັບ​ລີ​ບີ 24/24 ຊົ່ວ​ໂມງ ​ເພື່ອ​ຮັບ​ມື​ກັບທຸກ​ສະ​ຖານະ​ກອນ​ອາດ​ຈະ​ເກີດ​ຂຶ້ນຢ່າງ​ທັນການ.

ຂ່າວ/ບົດ​ອື່ນ