ລັດຖະບານຫວຽດນາມຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສ.ເກົາຫຼີ

(VOVWORLD) -ລັດຖະບານຫວຽດນາມຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສ.ເກົາຫຼີ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ທີ່ການຕ້ອນຮັບທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບສ.ເກົາຫຼີ - ຫວຽດນາມ Kim Hack Yong ໃນວັນທີ 22 ກັນຍາ

ລັດຖະບານຫວຽດນາມຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຕ້ອນຮັບທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບສ.ເກົາຫຼີ - ຫວຽດນາມ Kim Hack Yong 

(ພາບ: TTXVN)

ຢູ່ສຳນັກງານລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢືນຢັນວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມື, ນຳການພົວພັນລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ສະພາແຫ່ງຊາດສ.ເກົາຫຼີ ເປີດກວ້າງ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າຢ່າງບໍ່ຢຸດຢັ້ງ; ສືບຕໍ່ຄົ້ນຄວ້າ, ມີບັນດາມາດຕະການທີ່ມີປະສິດທິຜົນເພື່ອຫຼຸດຜ່ອນການນຳເຂົ້າເກີດດູນຂອງຫວຽດນາມ ຈາກ ສ.ເກົາຫຼີ…

        ສ່ວນທ່ານ Kim Hack Yong ຢືນຢັນວ່າ ຈະສືບຕໍ່ຮັກສາທີ່ຕັ້ງແມ່ນຄູ່ຮ່ວມມືໃຫຍ່ກວ່າໝູ່ກ່ຽວກັບການລົງທຶນ, ສະໜອງທຶນ ODA. ການທ່ອງທ່ຽວ ແລະ ການຄ້າຢູ່ຫວຽດນາມ; ສະເໜີລັດຖະບານຫວຽດນາມ ສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສ.ເກົາຫຼີ ລົງທຶນ ແລະ ເຄື່ອນໄຫວຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ