ລັດຖະບານຫວຽດນາມມານະພະຍາຍາມໃນວຽກງານປ້ອງກັນ,ຕ້ານການຄ້າມະນຸດ

(VOVWORLD) -ໃນລະຫວ່າງວັນທີ 2 – 23 ກໍລະກົດ, ຫວຽດນາມ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 14 ກຸ່ມປະຕິບັດງານຂອງວິວັດການບາລີ ກ່ຽວກັບການປ້ອງກັນ, ຕ້ານການສົ່ງຊາວອົບພະຍົບຢ່າງຜິດກົດໝາຍ, ການຄ້າມະນຸດ ແລະ ອາດຊະຍາກຳຂ້າມຊາດ (AHG SOM 14) ຢູ່ດ່ານັ້ງ.

ນີ້ແມ່ນຄັ້ງທຳອິດຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສກຸ່ມປະຕິບັດງານ ນັບແຕ່ເມື່ອເຂົ້າຮ່ວມວິວັດການເບລີ ເມື່ອເດືອນ ກຸມພາ 2002. ກອງປະຊຸມແມ່ນກາລະໂອກາດປະກອບສ່ວນຍົກສູງທີ່ຕັ້ງຂອງຫວຽດນາມ ກໍຄືບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ກັບບັນດາບັນຫາທີ່ໂລກມີຄວາມສົນໃຈ, ຜ່ານນັ້ນກໍ່ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມຂອງພາກພື້ນ ແລະ ທົ່ວໂລກ.

        ເຫດການດັ່ງກ່າວຍິ່ງມີຄວາມໝາຍພິເສດກວ່າສຳລັບຫວຽດນາມ ເມື່ອພວກເຮົາໄດ້ຮັບຮອງເອົາຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຖືກຕາມກົດໝາຍ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ໃນເດືອນ ທັນວາ 2018, ດ້ວຍຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບສາກົນ ເພື່ອແນໃສ່ຄຸ້ມຄອງຊາວອົບພະຍົບຢ່າງມີປະສິດທິຜົນ ເພື່ອຈຸດປະສົງພັດທະນາ. ເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມ ຢືນຢັນຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການຄ້າມະນຸດ ແລະ ບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງຫວຽດນາມ ໃນວິວັດການບາລີ.

ຕອບກັບ

ຂ່າວ/ບົດ​ອື່ນ