ລັດຖະມົນຕີ 16 ປະເທດ ພາກພື້ນອາຊີ-ປາຊີຟິກ ເຈລະຈາ RCEP

(VOVWORLD) - ທີ່ກອງປະຊຸມໂດຍຍີ່ປຸ່ນ ແລະ ສິງກະໂປ ເປັນປະທານຮ່ວມນັ້ນ, ຝ່າຍຕ່າງໆປາດຖະໜາຢາກຮັດແຄບບັນດາຄວາມບໍ່ລົງລອຍກັນ
ລັດຖະມົນຕີ 16 ປະເທດ ພາກພື້ນອາຊີ-ປາຊີຟິກ ເຈລະຈາ RCEP - ảnh 1ທ່ານ Shinzo Abe, ນາຍົກລັດຖະມົນຕີປະເທດເຈົ້າພາບ

 

ວັນທີ 1 ກໍລະກົດ, ບັນດາລັດຖະມົນຕີທີ່ມາຈາກ 16 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ໄດ້ໂຮມປະຊຸມຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ ເພື່ອຍູ້ໄວວິວັດການເຈລະຈາມຸ່ງໄປເຖິງຂໍ້ຕົກລົງການຄ້າເສລີລວມໃຫ້ແກ່ທົ່ວກຸ່ມນີ້ ຫຼືຍັງເອີ້ນວ່າ ສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ໃນສະພາບບັນດາຄວາມວິຕົກວັງວົນຈາກລັດທິອາລັກຂານັບມື້ນັບເພີ່ມຂຶ້ນ. ທີ່ກອງປະຊຸມໂດຍຍີ່ປຸ່ນ ແລະ ສິງກະໂປ ເປັນປະທານຮ່ວມນັ້ນ, ຝ່າຍຕ່າງໆປາດຖະໜາຢາກຮັດແຄບບັນດາຄວາມບໍ່ລົງລອຍກັນ ແລະ ເຊື່ອມຕໍ່ບັນດາຄວາມແຕກຕ່າງກັນໃນບັນດາຂົງເຂດຄື: ຫລຸດຜ່ອນພາສີ, ຊັບສິນທາງປັນຍາ ແລະ ການຄ້າເອເລັກໂຕນິກ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບ RCEP. ນີ້ກໍ່ແມ່ນກອງປະຊຸມຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ປະເທດນອກພາກພື້ນອາຊີຕາເວັນອອກສ່ຽງໃຕ້. 16 ປະເທດເຈລະຈາ RCEP ເຊິ່ງລວມມີ 10 ປະເທດສະຫະປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພ້ອມກັບ ຍີ່ປຸ່ນ, ຈີນ, ອິນເດຍ, ສ. ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ.

ຕອບກັບ

ຂ່າວ/ບົດ​ອື່ນ