ລັດຖະມົນຕີກະຊວງຊັບພະຍາກອນແລະສິ່ງແວດລ້ອມ,ຜູ້ວ່າການທະນາຄານແຫ່ງລັດຈະຕອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ

ລັດຖະມົນຕີກະຊວງຊັບພະຍາກອນແລະສິ່ງແວດລ້ອມ,ຜູ້ວ່າການທະນາຄານແຫ່ງລັດຈະຕອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ຜູ້​ວ່າ​ການ​ທ​ະ​ນາ​ຄານ​ແຫ່ງ​ລັດ ຫງວຽນ​ວັນ​ບ​ີ່ງ
(ພາບ: Phương Hoa/TTXVN)

(vovworld) – ການ​ຕອບ​ຄຳ​ຊັກ​ຖາມ​ດຳ​ເນີນ​ໄປ​ໃນ​ຂອບ​ເຂດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 31 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 13 (22/9 – 2/10). ເນື້ອ​ໃນ​ຊັກ​ຖາມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ລັດ​ສຳ​ລັບ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ, ແຮ່​ທາດຕິດ​ພັນ​ກັບ​ການ​ປົກ​ປັກ​ຮັ​ກ​ສາ​ສີ່ງ​ແວ​ດ​ລ້ອມ, ​ລະ​ດັບຄວາມ​​ຄືບ​ໜ້າ​ປະ​ຕິ​ບັດ​ການ​ວາງ​ແຜນ​ຜັງ​ທີ່​ດິນ, ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການມອບ​ດິນ ແລະ ​ອອກ​ໃບ​ຢັ້ງ​ຢືນ​ສິດ​ນຳ​ໃຊ້​ທີ່​ດິນ, ສ​ະ​ພາບ​ການ​ນຳ​ໃຊ້​ທີ່​ດິນ​ຟຸມ​ເຟືອຍ.

        ຜູ້​ວ່າ​ການ​ທ​ະ​ນາ​ຄານ​ແຫ່ງ​ລັດ​ຈະ​ເຮັດ​ໃຫ້​ຈະ​ແຈ້ງ​ຕໍ່​ໜ້າ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັ​ບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ, ສ້າງ​ໂຄ​ງ​ປະ​ກອບ​ລ​ະ​ບົບ​ທະ​ນາ​ຄານ​ການ​ຄ້າ​ຄືນ​ໃໝ່, ໝາກ​ຜົນ​ແຫ່ງ​ການ​ແກ້​ໄຂ​ໜີ້​ເສຍ​ປະ​ກອບ​ສ່ວນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາ​ກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ໃນ​ໄລ​ຍະ​ຜ່ານ​ມາ, ເລື່ອງ​ສະ​ໜອງ​ທຶນ​ສິນ​ເຊື່ອ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2014 – 2015.

        ​ແລະກໍ່ໃນ​ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 31 ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໂລກ, ເລື່ອງ​ອະ​ນ​ຸ​ມັດ​ຜ່ານ​ສົນ​ທິ​ສ​ັນ​ຍາຂອງ ສ​ປ​ຊ ກ່ຽວ​ກັບ​ສິດທິ​ຄົນ​ພິ​ການ, ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ຕ້ານ​​ການ​ທູບ​ຕີທໍ​ລະ​ມານ. . .



ຂ່າວ/ບົດ​ອື່ນ