ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ອາຟຣິກາໃຕ້

(VOVWORLD) - ຕອນບ່າຍວັນທີ 22 ສິງຫາ, ທີ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ອາຟຣິກາໃຕ້ ແລະ ນັກຮົບເກົ່າ ອາຟຣິກາ ໂດຍທ່ານນາງ Nosiviwe Noluthando Mapisa Nqakula, ລັດຖະມົນຕີກະຊວງປ້ອງກັນປະເທດ ອາຟຣິກາໃຕ້ ນຳໜ້າ.
ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ອາຟຣິກາໃຕ້ - ảnh 1 ທ່ານພົນເອກ ໂງຊວັນລິ້ກ ແລະ ທ່ານນາງ Nosiviwe Noluthando Mapisa Nqakula

        ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດຄື: ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງພະນັກງານປ້ອງກັນຊາດ…ເຫັນດີເປັນເອກະສັນໃນການຄົ້ນຄວ້າຄວາມສາມາດໜູນຊ່ວຍກັນ ໃນບັນດາໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ ພິເສດແມ່ນຢູ່ ຊູດັງໃຕ້ ແລະ ບາງປະເທດຢູ່ ອາຟຣິກາ.

ຕອບກັບ

ຂ່າວ/ບົດ​ອື່ນ