ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຢາກຫລຸດຜ່ອນຄວາມເຄັ່ງຕຶງກັບ ຈີນ

(VOVWORLD) -ວັນທີ 18 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໄດ້ພົບປະກັບຄູ່ຕຳແໜ່ງ ຈີນ ອວຍ ເຟີ໊ງ ເຄ໊ຍ ຢູ່ນອກກອງປະຊຸມຄວາມໝັ້ນຄົງ ອາຊີ ທີ່ປະເທດ ສິງກະໂປ, 

ແມ່ນການກະທຳແນໃສ່ຊອກຫາທິດທາງເພື່ອຫລຸດຜ່ອນຄວາມເຄັ່ງຕຶງການພົວພັນ 2 ຝ່າຍໃນສະພາບທີ່ພົວພັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ພວມປີນຂັ້ນໄດໃນຊຸມອາທິດມໍ່ໆມານີ້  ເຊິ່ງເລີ່ມມາຈາກບັນດາການຂັດແຍ້ງດ້ານການຄ້າ.

       ເມື່ອຕອບສຳພາດຕໍ່ນັກຂ່າວ ພາຍຫລັງການແລກປ່ຽນລະຫວ່າງລັດຖະມົນຕີ 2 ທ່ານ, ທ່ານ Randall Schriver ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ອາຊີ - ປາຊີຟິກ ໃຫ້ຮູ້ວ່າ: ການປຶກສາຫາລືກວມລວມຫລາຍບັນຫາ. ທ່ານລັດຖະມົນຕີ Mattis ໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າ: ທ່ານຢາກສ້າງການພົວພັນດ້ານການທະຫານຢ່າງໝັ້ນຄົງ, ກາຍເປັນພື້ນຖານຊ່ວຍໃຫ້ການພົວພັນ 2 ຝ່າຍເປັນປົກປະຕິ.

       ນອກນັ້ນ, ລັດຖະມົນຕີ 2 ທ່ານກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໃນສະພາບການທີ່ ຈີນ ສືບຕໍ່ເພີ່ມບັນດາການເຄື່ອນໄຫວດ້ານການທະຫານຢ່າງຜິດກົດໝາຍໃນເຂດທະເລນີ້.

ຕອບກັບ

ຂ່າວ/ບົດ​ອື່ນ