ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນປະກາດຂໍ້ລິເລີ່ມເພີ່ມທະວີການຮ່ວມມືປ້ອງກັນຊາດຍີ່ປຸ່ນ-ອາຊຽນ

ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນປະກາດຂໍ້ລິເລີ່ມເພີ່ມທະວີການຮ່ວມມືປ້ອງກັນຊາດຍີ່ປຸ່ນ-ອາຊຽນ - ảnh 1
ທ່ານ Tomomi Inada, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ 
(ພ​າບ: REUTERS)

(vovworld) –  ​ທ່ານນາງ Tomomi Inada, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັບ​ບັນ​ດາ​ຄູ່​ຕຳ​ແໜ່ງ​ຢູ່ ອາ​ຊີ ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ - ອາ​ຊຽນ ເລິ່ງ​ເຊິ່ງ​ກ່​ວາ​ອີກ, ແລະ ສະ​ເໜີ ຍີ​່​ປຸ່ນ ເຂົ້າ​ຮ່ວມ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ພາກ​ພື້ນກໍ່​ຄື​ສະ​ໜອງ​ອຸ​ປະ​ກອນ ແລະ ເຕັກ​ໂນ​ໂລ​ຢີ​ປ້ອງ​ກັນ​ຊາດ. ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ປຶກ​ສ​າ​ຫາ​ລື​​ກ່ຽວ​ກັບການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຍີ່​ປຸ່ນ - ອາ​ຊຽນ, ແລະ ສະ​ເໜີ “ວິ​ໄສ​ທັດ ວຽງ​ຈັນ” ຂອງ ຍີ່​ປຸ່ນ. ຂໍ້​ລິ​ເລີ່ມນີ້​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ ອາ​ຊຽນ ອັນ​ໄດ້ເປັນ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດທີ່ ຍີ່​ປຸ່ນ ໄດ້​ສະ​ແດງ “ຮູບ​ພາບ​​ສັງ​ລວມ” ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ກັບ​ ອາ​ຊຽນ. ນອກ​ຈາກນັ້ນ, ທີ່ກອງ​ປະ​ຊຸມ, 2 ຝ່າຍ​ກໍ່ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ ແລະ ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ແລະ ຊອ​ກ​ຫາ, ທຳ​ລາຍ​ລູກ​ລະ​ເບີດ​ຕົກ​ຄ້າງ​ພາຍຫຼັງ​ສົງ​ຄາມ.


ຂ່າວ/ບົດ​ອື່ນ