ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ - ảnh 1
ພົນ​​ເອກ ​ໂງ​ຊວນ​ລີກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 6/6, ທີ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ພົນ​​ເອກ ​ໂງ​ຊວນ​ລີກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ປະທານ​ພິທີ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ທ່ານ Jean – Yves Le Drian, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ຝຣັ່ງ ​ແລະ ບັນດາ​ສະມາຊິ​ກ​ໃນຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຝຣັ່ງ. ທີ່​ການ​ເຈລະຈາ, ທ່ານ ລັດຖະມົນຕີ ​ໂງ​ຊວນລີກ ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ກັບ ສ. ຝຣັ່ງ, ນີ້​ແມ່ນ​ພື້ນຖານ​ນຳ​ມາ​ເຊິ່ງກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຫຼາຍ​ຮູບ​ແບບ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ. ທ່ານ​ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ ຝຣັ່ງ Jean – Yves Le Drian ຢັ້ງຢືນ​ວ່າ: ຫວຽດນາມ ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດບາດ​ສຳຄັນ​ໃນ​ເວທີ​ສາກົນ, ພິ​ເສດ​ແມ່ນ​ສວມ​ບົດບາດ​ສຳຄັນ​ໃນ​ວິວັດທະນາ​ການສ້າງຕັ້ງ​ປະຊາ​ຄົມ ອາຊຽນ. ລັດຖະມົນຕີ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະ​ວີ​ການ​ ພົບ​ປະ, ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ​ກ່ວາ​ອີກ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ກົນ​ໄກ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ ​ເພື່ອ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ບົດຮຽນ​ໃນ​ການເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຂອງ ສປຊ, ຮ່ວມ​ມື​ກໍ່ສ້າງ​ພະນັກງານ, ​ເສນາ​ຮັກ, ຄົ້ນຄ​້ວາ​ມະຫາ​ສະໝຸດ ​ແລະ ອຸ​ທົກ​ກະສາ​ດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ​ປ້ອງ​ກັນປະ​ເທດຂອງ​ຝຣັ່ງ ສືບຕໍ່ສຳ​ພັດກັບ​ຕະຫຼາດ ຫວຽດນາມ.


ຂ່າວ/ບົດ​ອື່ນ