ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລີກຢ້ຽມຢາມລາວຢ່າງເປັນທາງການ

ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລີກຢ້ຽມຢາມລາວຢ່າງເປັນທາງການ - ảnh 1
ທ່ານ​ລັດຖະມົນຕີ​ ​ໂງ​ຊວນ​ລີກ ​ເຂົ້າ​ຢ້ຽມ​ຂ່ຳນັບ
ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ກະຊວງປ້ອງກັນ​ປະ​ເທດ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ພົນ​ເອກ ​ໂງ​ຊວນ​ລີກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 23 – 24/05/2016. ຕອນ​ບ່າຍ​ວັນ​ທີ 23/05 ທ່ານ​ລັດຖະມົນຕີ​ ​ໂງ​ຊວນ​ລີກ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ. ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ ຕີ​ລາຄາ​ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ ​ໂງ​ຊວນ​ລິກ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ. ທ່ານ​ລັດຖະມົນຕີ ​ໂງ​ຊວນ​ລີກ ​ເຊື່ອ​ໝັ້ນ​ວ່າ: ​ໂດຍ​ພາຍໃຕ້​ການຊີ້​ນຳ​ນຳພາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະຈິດ ​ແລະ ພັກ​ປະຊາຊົນ​ປະຕິວັດ ລາວ, ປະ​ເທດ ລາວ ຈະ​ຍາດ​​ໄດ້ຜົນງານ​ຫລາຍ​ຢ່າງ​ໃນ​ການພັດທະນາ​ເສດຖະກິດ, ສັງຄົມ​ ບົນ​ເສັ້ນທາງ​ປ່ຽນ​ໃໝ່​ຮອບ​ດ້ານ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂງ​ຊວນ​ລີກ ພົບ​ປະ​ເຈລະຈາ​ກກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ຈັນ​ສະໝອນ ຈັນ​ຍາ​ລາດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າໃນ​ໄລຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ຍູ້​ແຮງ​ໂຄງການ​ຊອກ​ຫາ, ທ້ອນ​​ໂຮມອັດຖິນັກ​ຮົບ​ອາສາ​ສະໝັກ ຫວຽດນາມ ທີ່ເສຍສະຫຼະ​ຊີວິດ​ຢູ່ ລາວ ​ແລະ ​ໂຄງການ​ສຶກສາ​ມູນ​ເຊື້ອ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ກອງທັບ 2 ປະ​ເທດ.

ຂ່າວ/ບົດ​ອື່ນ