ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວເຄື່ອນໄຫວ ຢ້ຽມຢາມ 5 ແຂວງພາກກາງຫວຽດນາມ

(VOVWORLD) -ຂປລ. ຫວ່າງແລ້ວນີ້, ທ່ານ ສຸພັນ ແກ້ວມີໄຊ,  ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ,  ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນໍາພາຄະນະເດີນທາງໄປຢ້ຽມ ຢາມ  ແລະ ເຮັດວຽກຢູ່ນະຄອນດານັງ ແຂວງກວາງຈິ, ກວາງບິ່ງ,  ຮ່າຕິ້ງ ແລະ ແຂວງເຫງະອານ ຂອງຫວຽດນາມ.

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວເຄື່ອນໄຫວ ຢ້ຽມຢາມ 5 ແຂວງພາກກາງຫວຽດນາມ - ảnh 1 ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວເຄື່ອນໄຫວ ຢ້ຽມຢາມ 5 ແຂວງພາກກາງຫວຽດນາມ

(ພາບ: KPL)

ຄວາມໝາຍຂອງການຢ້ຽມຢາມຫວຽດນາມຄັ້ງນີ້ຂອງຄະນະຜູ້ແທນລາວ ແມ່ນຖອດຖອນບົດຮຽນກ່ຽວກັັບການພັດທະນາເສດຖະກິດ-ສັງຄົມ, ທ່າແຮງດ້ານ ຕ່າງໆ ເປັນຕົ້ນແມ່ນຄວາມສາມາດໃນການຮ່ວມມືກັນເພື່ອພັດທະນາ ແລະ ການເຊື່ອມໂຍງ ດ້ານເສັ້ນທາງຄົມມະນາຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ ການພັດທະນາ  ຕາມແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ, ພັດທະ ນາເສດຖະກິດຮ່ວມກັນ   ເພື່ອສົ່ງເສີມທຳການຜະລິດເປັນສິນຄ້າ  ແນໃສ່ຫລຸດຜ່ອນ ຄວາມທຸກຍາກ,  ເຮັດໃຫ້ປະຊາຊົນຕາມແນວຊາຍແດນມີລາຍຮັບທີ່ຍີືນຍົງ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື  ເພື່ອພັດທະນາແຫລ່ງທ່ອງທ່ຽວ ຮ່ວມ ກັນ,  ເຊິ່ງເຫັນວ່າເປັນທ່າແຮງຂອງສອງປະເທດ ເປັນຕົ້ນສວນອຸທິຍານແຫ່ງຊາດ ຟອງຍາ-ແກບັງ (ກວາງບິ່ງ)  ເຊິ່ງເປັນມໍລະດົກໂລກ ແລະ ພູຫີນໜາມໜໍ່ (ຄຳມ່ວນ).

            ພ້ອມດຽວກັນ, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມທ່າທຽບເຮືອຫວຸງອາງ 1, 2 3 ແລະ ພ້ອມທ່າເຮືອຊວນຫາຍ,  ຢ້ຽມຢາມກອງບັນຊາການທະຫານເຂດ 4.  ພ້ອມນັ້ນ, ສອງກະຊວງແຜນການ  ແລະ ການລົງທຶນ ລາວ-ຫວຽດນາມ ຍັງໄດ້ຈັດກອງປະຊຸມພົບປະເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ ຮ່ວມມື  ລາວ-ຫວຽດນາມ ໃນ 10 ເດືອນຕົ້ນປີ 2018  ແລະ ປຶກສາຫາລືວຽກງານ ການຮ່ວມມື  ທີ່ຍັງເຫລືອໃນທ້າຍປີ 2018  ເພື່ອເປັນການກະກຽມກອງປະຊຸມ ທະວິພາຄີ ຄັ້ງທີ 41 ຂອງສອງລັດຖະບານ.

ສິ່ງສຳຄັນໃນນັ້ນ, ແມ່ນການກະກຽມການພົບປະຂອງ ທ່ານ ທອງລຸນ ສີສຸລິດ,  ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ  ກັບນັກທຸລະກິດຫວຽດນາມ ໃນວັນທີ 19 ທັນວາ 2018  ແນໃສ່ເພື່ອດຶງດູດການລົງທຶນຂອງຫວຽດນາມ  ເຂົ້າສູ່ລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ