ລັດຖະມົນຕີການຕ່າງປະເທດ ອາຊຽນ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຢູ່ນອກກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 72

(VOVWORLD) -ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ (IAMM) ຢູ່ນອກກອງປະຊຸມຄັ້ງທີ 72 ຂອງສະມັດຊາໃຫຍ່ ສປຊ, ຈັດຕັ້ງໃນວັນທີ 23 ກັນຍາ. 
ລັດຖະມົນຕີການຕ່າງປະເທດ ອາຊຽນ ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນຢູ່ນອກກອງປະຊຸມສະມັດຊາໃຫຍ່ສປຊຄັ້ງທີ 72 - ảnh 1 ກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ

ນີ້ແມ່ນການເຄື່ອນໄຫວປະຈຳປີຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເພື່ອແນໃສ່ສົມທົບຫຼັກໝັ້ນຂອງ ອາຊຽນ ທີ່ເວທີປາໄສ ສປຊ. ທ່ານ ຟ້າມບີງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ແລກປ່ຽນກ່ຽວກັບສະພາບການສ້າງປະຊາຄົມ ອາຊຽນ, ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຟີລິບປິນ ໃນຕົ້ນເດືອນພະຈິກ 2017. ບັນດາລັດຖະມົນຕີການຕ່າງປະເທດ ຢືນຢັນສືບຕໍ່ຜັນຂະຫຍາຍປະສິດທິຜົນຂອງບັນດາເນື້ອໃນກ່ຽວກັບການສ້າງປະຊາຄົມ ທີ່ໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ຟີລິບປິນ ໃນເດືອນ ສິງຫາ 2017; ເນັ້ນໜັກຕ້ອງຍູ້ແຮງຄວາມຄືບໜ້າໃນການປະຕິບັດບັນດາຄຳໝັ້ນສັນຍາໃນ 3 ເສົ້າຄ້ຳຂອງ ປະຊາຄົມ ແລະ ເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຫັນດີສະເໜີວ່າກອງປະຊຸມສຸດຍອດອາຊຽນ - ຈີນ ໃນເດືອນ ພະຈິກ ຈະມາເຖິງຈະອອກຖະແຫຼງການທາງການເພື່ອເລີ່ມດຳເນີນການເຈລະຈາ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບີງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກ ອາຊຽນ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ບົດບາດໃຈກາງໃນບັນດາບັນຫາພາກພື້ນ ແລະ ສາກົນ, ພິເສດແມ່ນສຳລັບບັນດາບັນຫາກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ຊີ້ແຈ້ງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄຟໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກສຳລັບສັນຕິພາບ, ສະຖຽນລະພາບຂອງພາກພື້ນ, ສະເໜີໃຫ້ບັນດາຝ່າຍຕ້ອງຮັກສາບັນດາຫຼັກການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ເຄົາລົບບັນດາຂັ້ນຕອນທາງການທູດ ແລະ ນິຕິທຳຢ່າງຄົບຖ້ວນ, ອາຊຽນ ແລະ ຈີນ ຕ້ອງສືບຕໍ່ມານະພະຍາຍາມປະຕິບັດ DOC ຢ່າງຄົບຖ້ວນ ແລະ ສ້າງ COC ຢ່າງແທດຈິງ, ມີຄວາມຜູກມັດດ້ານນິຕິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ