ລັດຖະມົນຕີການຕ່າງປະເທດຈີນ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືຮັກສາການຮ່ວມມື3ຝ່າຍ

ລັດຖະມົນຕີການຕ່າງປະເທດຈີນ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືຮັກສາການຮ່ວມມື3ຝ່າຍ - ảnh 1
ລັດຖະມົນຕີການຕ່າງປະເທດ 3 ປະເທດ ຍີ່ປຸ່ນ, ຈີນ ແລະ ສ. ເກົາຫຼີ
(ພາບປະກອບຈາກ AFP/TTXVN)

(vovworld) – ວັນ​ທີ 23/8, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ, ຈີນ ​ແລະ ສ. ​ເກົາຫຼີ ​ເລີ່​ມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ​ຢູ່​ນະຄອນຫຼວງ ​ໂຕ​ກຽວ ປະ​ເທດ ຍີ່ປຸ່ນ ​ໃນ​ສະພາບ​ການ​ມີ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວຂ້ອງ​ເຖິງ​ການຂັດ​ແຍ້​ງ​ຜືນ​ແຜ່ນດິນ, ລະບົບ​ສະກັດ​ກັ້ນ​ລູກສ​ອນ​ໄຟ​ຂອງ ອາ​ເມ​ລິ​ກາ ​ແລະ ບັນຫາ​ນິວ​ເຄຼຍ​ຂອງ ສປປ ​ເກົາຫຼີ. ການ​ພົບ​ປະລະ​ຫວ່າງ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ທ່ານ Fumio Kishida, ຄູ່​ຕຳ​ແໜ່​ງຂອງ ຈີນ ວາງ​ອີ ​ແລະ ຂອງ ສ. ​ເກົາຫຼີ ທ່ານ Yun Byung – Se ຄັ້ງ​ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ 3 ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ນັບ​ແຕ່​ເດືອນ 3/2015 ​ແລະ ​ເປັນ​ການ​ພົບ​ປະ​ຄັ້ງ​ທີ 8 ນັບ​ແຕ່​ໄດ້​ສ້າງ​ຕັ້ງກົນ​ໄກ 3 ຝ່າຍ​ນີ້. ນີ້​ກໍ່​​ເປັນ​ຄັ້ງ​ທຳ​ອິດທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ 3 ຝ່າຍ​ຖືກ​ດຳ​ເນີນ​ໄປ​ຢູ່ ​ໂຕ​ກຽວ ​ໃນ​ຮອບ​ເວລາ 5 ປີ​ຜ່ານ​ມາ. ຕາມ​ແຜນການ​ແລ​້ວ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈະ​ປຶກສາ​ຫາລື​ວິທີ​ການ​ຮັກສາ​ການ​ຮ່ວມ​ມື 3 ຝ່າຍ ​ແລະ ຊຸກຍູ້​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເຂດ ອາຊີ​ຕາ​ເວັນ​ອອກ. ການ​ພົບ​ປະ​ກໍ່​ເພື່ອ​ແນ​​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ (G20) ຢູ່​ຈີນ ​ໃນ​​ເດືອນ 9 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ