ລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ກ່າວຫາຝ່າຍຕາເວັນຕົກຊອກຫາວິທີເພື່ອປ່ຽນແປງລະບອບຢູ່ລັດເຊຍ

ລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ກ່າວຫາຝ່າຍຕາເວັນຕົກຊອກຫາວິທີເພື່ອປ່ຽນແປງລະບອບຢູ່ລັດເຊຍ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Lavrov

(vovworld)- ວັນ​ທີ 22/11, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Lavrov ກ່າວ​ຫາ​ຝ່າຍ​ຕາ​ເວັນ​ຕົກ​ພວມຊອກ​ຫາ​ວິ​ທີ​ເພື່ອ​ປ່ຽນ​ແປງລະ​ບອບ​ຢູ່​ລັດ​ເຊຍ ໂດຍ​ຜ່ານ​ການ​ລົງ​ໂທດ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຢູ​ແກຼນ. ສຳ​ນັກ​ຂ່າວ​ສານ​ລັດ​ເຊຍ Tass ໄດ້​ຄັດ​ຄຳ​ເວົ້າ​ຂອງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Lavrov ຊຶ່ງ​ກ່າວ​ທີ່​ສະ​ພາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ການ​ປ້ອງ​ກັນ​ຊາດຢູ່​ມົດ​ສ​ກູ​ ວ່າ : ຝ່າຍ​ຕາ​ເວັນ​ຕົກ​ພວມ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຈຸດ​ໝາຍ ບໍ່​ແມ່ນ​ບັງຄັບ​ລັດ​ເຊຍ​ປ່ຽນ​ແປງ​ນະ​ໂຍ​ບາຍ ຫາກ​ແມ່ນ​ຊຸກ​ຍູ້ການ​ປ່ຽນ​ແປງລະ​ບອບ​ຢູ່​ລັດ​ເຊຍ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Lavrov ໄດ້​ມີ​ຄຳ​ກ່າວ​ປາ​ໄສ​ດັ່ງ​ກ່າ​ວ​ໃນ​ສະ​ພາບ​ອາ​ເມ​ລິ​ກາ ແລະ ສະ​ຫະ​ພາບ​ເອີ​ລົບ​ໄດ້​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ລັດ​ເຊຍ​ດ້ວຍ​ຂໍ້​ຫາ ມົດ​ສ​ກູ ໄດ້​ແຊກ​ແຊງ​ເຂົ້າ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. 

ຂ່າວ/ບົດ​ອື່ນ