ລັດຖະມົນຕີການຕ່າງປະເທດລັດເຊຍ,ອາເມລິກາ ໂອ້ລົມທາງໂທລະສັບກ່ຽວກັບການປັບປຸງການພົວພັນ

(VOVWORLD) -ການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ກັບຄູ່ຕຳແໜ່ງອາເມລິກາ Mike Pompeo ດຳເນີນໃນວັນທີ 21 ກໍລະກົດ, ໄດ້ເຕື້ອງເຖິງບັນດາວິທີການເພື່ອພັດທະນາການພົວພັນ 2 ຝ່າຍ

ດ້ວຍຄາດໝາຍ ຫັນການພົວພັນໃຫ້ເປັນປົກກະຕິ, ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ກໍໃນການໂອ້ລົມທາງໂທລະສັບນີ້, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ຢືນຢັນວ່າ ເລື່ອງຝ່າຍອາເມລິກາ ຈັບຕົວແມ່ຍິງມີຊື່ວ່າ Maria Butina ຍ້ອນສົງໄສເປັນນັກສືບແມ່ນບໍ່ສາມາດຮັບຮູ້ໄດ້ ແລະ ອີງໃສ່ບັນດາຄຳກ່າວຫາທີ່ບໍ່ມີມູນຄວາມຈິງ, ພ້ອມທັງຮຽກຮ້ອງຕ້ອງປ່ອຍຕົນແມ່ຍິງຜູ້ນີ້ໂດຍໄວ.

        ນອກນັ້ນ, ເຈົ້າໜ້າທີ່ 2 ທ່ານກໍປຶກສາຫາລືກ່ຽວກັບຄວາມສາມາດສົມທົບກັນເພື່ອມານະພະຍາຍາມປັບປຸງສະພາບມະນຸດສະທຳຢູ່ຊີຮີ, ກໍຄືບັນດາສິ່ງທ້າທາຍໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ