ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຕາເວັນອອກກາງ

ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຕາເວັນອອກກາງ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kery)

​​(vovworld) - ​ວັນ​ທີ 01/08, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kery ​ໄດ້​ໄປ​ຮອດ​ນະຄອນ​ຫຼວງ ກາຍ​ໂຣ, ປະ​ເທດ​ອີ​ຢິບ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ທີ່ ກາຍ​ໂຣ, ທ່ານ John Kery ​ໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​​ຕຳ​ແໜ່​ງອີ​ຢິບ Sameh Shoulri ​ແລະ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ພັນທະ​ມິດ ​ໃນ​ສະພາບ​ຄວາມ​ເຄັ່ງຕຶງ​ໃນການ​ພົວພັນ​ລະຫວ່າງ 2 ຝ່າຍ​​​​​ເພີ່ມ​ຂຶ້ນນັບແຕ່​ປີ 2011 ​ເມື່ອ​ອີ​ຢິບ ​ເກີດ​ການ​ຜັນ​ແປ​ດ້ານ​ການ​ເມືອງ. ການ​ເຈລະຈາ​ຄັ້ງ​ນີ້​ໄດ້​ຮັບ​ຖື​ວ່າ ຈະ​ຢັ້ງຢືນ​ຄືນ​ໃໝ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍາວ​ນານ ​ແລະ ໝັ້ນຄົງ​ລະຫວ່າງ 2 ປະ​ເທດ.

        ພາຍຫຼັງ​ຢ້ຽມຢາມ​ອີ​ຢິບ, ທ່ານ John Kery ຈະ​ໄປ​ເຖິງ Qatar ​ໃນ​ວັນ​ທີ 03/08, ​ເພື່ອ​ພົບ​ປະ​ກັບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 6 ປະ​ເທດ​ສະພາ​ຮ່ວມມື​ເຂດ​ອ່າວ​ເປີ​ເຊຍ (GCC) ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ບັນດາ​ປະ​ເທດ​ນັ້ນ ກ່ຽວ​ກັບຂໍ້​ຕົກລົງ​ນິວ​ເຄຼຍ ທີ່​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງອີຣານ ​ແລະ ກຸ່ມ P5+1. ຕາມ​​ແຜນການ, ພາຍຫຼັງ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງ, ທ່ານ John Kery ຈະ​ໄປ​ຢ້ຽມຢາມ 3 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້ ນັ້ນ​ແມ່ນ ສິງກະ​​ໂປ, ມາ​ເລ​ເຊຍ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ