ລັດຖະມົນຕີການຕ່າງປະເທດອາເມລິກາເລັ່ງລັດສະພາແຫ່ງຊາດຮັບຮອງເອົາຂໍ້ຕົກລົງນິວເຄຼຍໂດຍໄວ

ລັດຖະມົນຕີການຕ່າງປະເທດອາເມລິກາເລັ່ງລັດສະພາແຫ່ງຊາດຮັບຮອງເອົາຂໍ້ຕົກລົງນິວເຄຼຍໂດຍໄວ - ảnh 1
ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ
 ອາ​ເມ​ລິ​ກາ
ພາບ:vtv

(vovworld)-​ ວັນ​ທີ 28/7, ກ່າວ​ຄຳ​ເຫັນ​ທີ່​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ, ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ທ່ານ​ປາດ​ຖະ​ຫນາ​ຢາກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ທີ່​ບັນ​ລຸ​ໄດ້ ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 ໂດຍ​ໄວ ພ້ອມ​ທັງ​ກ່າວ​ເຕືອນ ຖ້າ​ຫາກ​ຂໍ້​ຕົກ​ລົງ​ນີ້​ຖືກ​ປະ​ຕິ​ເສດ ຈະ​ຍິ່ງ​ເຮັດ​ໃຫ້ ເຕ​ເຮ​ຣານ ກັບ​ຄືນ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ ຢ່​າງວ່ອງ​ໄວ. ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ John Kerry, ເນັ້ນ​ຫນັກ: ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ນັ້​ນ ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ມາດ​ຕະ​ການ​ຮອບ​ດ້ານ ແລະ ຍາວ​ນານກວ່າ ໃນ​ການ​ຈຳ​ກັດ​ຄວາມ​ມັກ​ໃຫຍ່​ໄຝ່​ສູງ​ນິວ​ເຄຼຍ​ຂອງ ອີ​ຣານ ເມື່ອ​ທຽບ​ໃສ່​ບໍ່​ວ່າ​ວິ​ທີ​ການ​ໃດ.

ຂ່າວ/ບົດ​ອື່ນ