ລັດຖະມົນຕີການຕ່າງປະເທດອາເມລິກາໃຫ້ຮູ້ວ່າ ວໍຊິງຕັນຢາກດໍາເນີນການເຈລະ​ຈາ​ກັບ​ສ​ປ​ປ​ເກົາ​ຫລ​ີ​ໂດຍ​ໄວ

(VOVWORLD) -ສອງຝ່າຍ “ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນປະຫວັດສາດ ເພື່ອປະຕິບັດຖະແຫຼງການຮ່ວມສິງກະໂປ”

ວັນທີ 1 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ອາເມລິກາ “ຢາກກັບຄືນສູ່ການເຈລະຈາໂດຍໄວ” ເພື່ອສືບຕໍ່ເຈລະຈາກັບ ສປປ.ເກົາຫຼີ ກ່ຽວກັບບັນດາຂໍ້ຂ້ອງຄາພາຍຫຼັງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ. ກ່າວຄໍາເຫັນໃນການຖະແຫຼງຂ່າວຢູ່ Manila ຢູ່ ຟິລິບປິນ ປະເທດມານີລາໃນການເດີນທາງກັບເມືອປະເທດ ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ທ່ານ Mike Pompeo ກໍໃຫ້ຮູ້ວ່າ “ເບີ່ງລວມແລ້ວ ສປປ.ເກົາຫຼີ ສະເໜີຢາກລົບລ້າງມາດຕະການລົງໂທດທຸກປະການ” ແຕ່ບໍ່ໄດ້ເວົ້າລະອຽດກ່ຽວກັບການຍົກເລີກພື້ນຖານນິວເຄຼຍ Yongbyon ແມ່ນຢູ່ລະດັບໃດ. ທ່ານກໍກ່າວວ່າ ພຽງຢາງ ໄດ້ເປີດອົກເປີດໃຈກ່ຽວກັບແຜນການພ້ອມແລ້ວທີ່ຈະຜັນຂະຫຍາຍການລົບລ້າງນິວເຄຼຍຢູ່ Yongbyon, ແຕ່ “ຍັງບໍ່ທັນເວົ້າຈະແຈ້ງກ່ຽວກັບຂອບຂະໜາດສະເໜີປະຕິບັດ”.

ລັດຖະມົນຕີການຕ່າງປະເທດອາເມລິກາໃຫ້ຮູ້ວ່າ ວໍຊິງຕັນຢາກດໍາເນີນການເຈລະ​ຈາ​ກັບ​ສ​ປ​ປ​ເກົາ​ຫລ​ີ​ໂດຍ​ໄວ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ ສປປ.ເກົາຫຼີ Kim Jong –un  (ພາບປະກອບ:  AFP/TTXVN)

        ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ໃນວັນທີ 01 ມີນາ ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໄດ້ໃຫ້ຂ່າວກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢູ່ຮ່າໂນ້ຍ, ແຕ່ບໍ່ໄດ້ເຕື້ອງເຖິງເລື່ອງ ສອງຝ່າຍບໍ່ບັນລຸໄດ້ຖະແຫຼງການຮ່ວມ, ເຊິ່ງຖືວ່າ ອາເມລິກາ ແລະ ສປປ.ເກົາຫຼີ ຈະຮັກສາການເຈລະຈາຢ່າງຕັ້ງໜ້າ, ກໍຄືໃຫ້ຄໍາໝັ້ນສັນຍາ ຈະຈັດຕັ້ງກອງປະຊຸມສຸດຍອດ ຄັ້ງໃໝ່. KCNA ກໍໄດ້ລົງບົດຂຽນ ທີ່ໄດ້ລະບຸຕອນທີ່ວ່າ: “ການນໍາ ສປປ.ເກົາຫຼີ Kim Jong –un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ມີການເຈລະຈາລັບ ແລະ ເປີດກວ້າງຢູ່ ໂຮງແຮມ Metropol (ຢູ່ຮ່າໂນ້ຍ,ຫວຽດນາມ) ໃນວັນທີ 28 ກຸມພາ, ການນໍາສອງທ່ານ “ກໍຮັບຮູ້ໄດ້ເຖິງຄວາມສໍາຄັນໃນການປ່ຽນແປງການພົວພັນທີ່ເປັນປໍລະປັກ ແລະ ການເສຍຄວາມໄວ້ເນື້ອເຊື່ອເຊື່ອໃຈທີ່ແກ່ຍາວມາເປັນທົດສະວັດລະຫວ່າງສອງປະເທດ”.

        ທີ່ກອງປະຊຸມສຸດຍອດຄັ້ງທີ 2 ນີ້, ສອງຝ່າຍ “ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນປະຫວັດສາດ ເພື່ອປະຕິບັດຖະແຫຼງການຮ່ວມສິງກະໂປ”. ບົນພື້ນຖານນັ້ນ, ສອງຝ່າຍ ກໍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນກ່ຽວກັບບັນດາບັນຫາຕົວຈິງ ເພື່ອເປີດດສັງກາດໃໝ່, ປັບປຸງການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ”.  ໃນຕອນທ້າຍຂອງບົດຂຽນ, KCNA ກໍໄດ້ເນັ້ນໜັກວ່າ ທີ່ກອງປະຊຸມຄັ້ງນີ້, ການນໍາ Kim Jong –un ແລະ  ທ່ານປະທານາທິບໍດີ Donald Trump ຍັງໄດ້ “ເຫັນດີຕໍ່ຄວາມສໍາຄັນຂອງການເຄົາລົບ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຖືນີ້ແມ່ນ ໂອກາດສໍາຄັນ ເພື່ອສາມາດນໍາການພົວພັນສອງປະເທດ ກ້າວເຂົ້າສູ່ບາດກ້າວໃໝ່”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ