ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຢ້ຽມຢາມ Panama

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຢ້ຽມຢາມ Panama - ảnh 1
(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຮ່າ​ກິມຫງອກ)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສ.Panama, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມຫງອກ ນຳ​ໜ້າ, ​​ໄດ້​ໄປ​ຢ້ຽມຢາມ ສ.Panama ຢ່າງ​ເປັນ​ທາງ​ການ ​ແລະ ດຳ​ເນີນ​ການ​ພິຈາລະນາ​ການ​ເມືອງ​ຢູ່ສ.Panama ​ໃນ​ລະຫວ່າງ​ວັນ​ທີ 21 – 22/11. ນີ້​ແມ່ນ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຄັ້ງ​ທຳ​ອິດ ນັບ​ແຕ່​ເວລາ 2 ປະ​ເທດ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ສ້າງ​ຕັ້ງ​ກົນ​ໄກ​ດັ່ງ​ກ່າວ (10/2012) ​ແລະ ​ແມ່ນ​ເຫດການ​ສຳຄັນ​ເພື່ອ​ມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ (28/08/1975 – 28/08/2015).

        ທີ່​ການພົບ​ປະທາ​ບທາມ​ດ້ານ​ການ​ເມືອງ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ Luis Miguel Hincapie ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມຫງອກ ​ໄດ້​ເຫັນ​ດີ​ນຳກັນ​ວ່າ 2 ຝ່າຍ​ຕ້​ອງຊຸກຍູ້​ການ​ແລກປ່ຽນຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສ້າງ​ຕັ້ງ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການພົວພັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ, ສົມທົບສ້າງ​ກອບ​ກົດໝາຍ​ໃຫ້ສົມບູນ​ແບບ​ແກ່ການ​ພົວພັນຮ່ວມ​ມື​ຜ່ານ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ບັນ​ດາ​ສັນຍາ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ສຶກສາ. 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ອອກ​ສະໝັກ​ຮັບ​​ເລືອກ​ຕັ້ງ​ເຂົ້າ​ໃນ​ບາງ​ກົນ​ໄກ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ… ​ການ​ນຳ Panama ຢືນຢັນ​ວ່າ, ຍາມ​ໃດ Panama ກໍ່​ຕິດຕາມ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ໃກ້ຊິດ, ສະໜັບ​ສະ​ໜູນ​ຄວາມ​ເປັນ​ທຳ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ່ງ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ອາ​ວຸດ, ບົນ​ພື້ນຖານ​​ເຄົາລົບກົດໝາຍ​ສາກົນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຮ່າ​ກິມຫງອກ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາວ່າ, ສະມາຄົມ​ມິດຕະພາບ Panama - ຫວຽດນາມ ຈະສືບ​ຕໍ່ຮັກສາ ​ແລະ ​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຂໍ້​ມູນ​ຂ່າ​ວສານ, ສາມັກຄີ ​ແລະ ມິດຕະພາບ, ໜູນ​ຊ່ວຍ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ການທ່ອງ​ທ່ຽວ​ທີ່​ພວມ​ພັດທະນາ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ