ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ ໄປເຖິງສ.ເກົາຫຼີ ປຶກສາຫາລືກ່ຽວກັບບັນດາສປປ.ເກົາຫຼີ

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ ໄປເຖິງສ.ເກົາຫຼີ ປຶກສາຫາລືກ່ຽວກັບບັນດາສປປ.ເກົາຫຼີ - ảnh 1
ທ່ານນາງລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ
​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Wendy Sherman
(ພາບປະກອບ: timesofisrael.com)


(vovworld) – ວັນ​ທີ 28/01, ທ່ານນາງລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Wendy Sherman, ​ໄດ້​ໄປ​ເຖິງ​ສ.​ເກົາຫຼີ ​ເພື່ອ​ປຶກສາ​ຫາລື​ກັບ​ບັນດາ​ວົງ​ການ​ເຈົ້າ​ໜ້າ​ທີ່​ສ.​​ເກົາຫຼີ ກ່ຽວ​ກັບ​ບັນດາ​ບັນຫາ​ຂອງ​ສປປ.​ເກົາຫຼີ, 2 ຝ່າຍ ​ແລະ ພາກ​ພື້ນ. ການຢ້ຽມຢາມ​ຂອງ​ທ່ານ​ນາງ Wendy Sherman ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ສ.​ເກົາຫຼີ ພວມ​ຊຸກຍູ້​ການ​ປັບປຸງ​ການ​ພົວພັນ​ກັບສປປ.​ເກົາຫຼີ ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ລົງ​ໂທດ​ໃນ​​ໄລຍະ​ຫວ່າງ​ແລ້ວ​ນີ້ ຂອງ​ອາ​ເມ​ລິ​ກາ ​ເພື່ອຕ້ານ​ສປປ.​ເກົາຫຼີ, ດ້ວຍຄຳ​ກ່າວ​ຫາ​ວ່າ ​ໄດ້​ບຸກ​ໂຈມ​ຕີ​ບໍລິສັດ​ Sony Pictures ຍ້ອນ​ບໍ່​ໃຫ້​ສາຍ​ຟິມຮູບ​ເງົາ​ມີ​ຊື່ວ່າ “The Interview”, ມີ​ເນື້ອ​ໃນພັນ​ລະ​ນາ​ກົນອຸບາຍ​ສັງຫານ​ການ​ນຳ Kim Jong un.

        ທ່ານ​ນາງ Sherman, ​ເຊິ່ງ​ເປັນ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ສູງ​ຄົນ​ທຳ​ອິດຂອງ​ອາ​ເມ​ລິ​ກາ ​ໄປ​ຢ້ຽມຢາມ​ສ.​ເກົາຫຼີ ​ໃນ​ປີ 2015, ​ວັນ​ທີ 29/01, ທ່ານ​ນາງ​​ໄດ້​ມີ​ກາ​ນພົບ​ປະ​ກັບ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ Cho Tae yong, ​ເພື່ອປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຍັງ​ຄົງຂ້າງ, ລວມທັງ​ບັນຫາ​ປະ​ເຊີນ​ໜ້າ​ກັບສປປ.​ເກົາຫຼີ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ​ຂອງ​ພາກ​ພື້ນ ​ແລະ ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ