ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາChuck Hagel ລາອອກຈາກຕຳແໜ່ງ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາChuck Hagel ລາອອກຈາກຕຳແໜ່ງ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel
(ພາບ: NYTimes
)

(vovworld) – ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ລາ​ອອກ​ຈາກ​ຕຳ​ແໜ່ງ - ຂໍ້​ຕົກ​ລົງ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ Chuck Hagel ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ​ຍອມຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 25/11 (ຕາມ​ເວ​ລາ​ທ້ອງ​ຖີ່ນ). ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໃນ​ເວ​ລາ​ລໍ​ຖ້າ​ຜູ້​ຮັບ​ດຳ​ລົງ​ຕຳ​ແໜ່ງແທນ​​ໃຫ້​ນັ້ນ, ທ່ານ Hagel ຈະ​ສືບ​ຕໍ່​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ນຳ​ທ​ຳ​ນຽບ 5 ແຈ. ທ່ານ Chuck Hagel, ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ​ສະ​ໜັບ​ສະ​ໜູນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama, ສະ​ໜັບ​ສະ​ໜູນ​ບັນ​ດາ​ຜູ້​ພວມ​ປົກ​ປັກ​ຮັກ​ສາ​ປະ​ເທດ ອາ​ເມ​ລິ​ກາ ກໍ່​ຄື​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ສຸດ​ຈິດ​ສຸດ​ໃຈຄື​ຊຸມ​ປີ​ຜ່ານ​ມາ ຈົນຮອດເວ​ລາທີ່ສະ​ພາ​ສູງ​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ຜູ້​ຮັບ​ດຳ​ລົງ​ຕຳ​ແໜ່ງ​ແທນ”

        ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ ໃຫ້​ຮູ້​ວ່າ: ສາຍ​ເຫດ​ພາ​ໄປ​ເຖິງ​ເລື່ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ສະ​ເໜີ​ໃຫ້​ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ລາ​ອອກ​ຈາກ​ຕຳ​ແໜ່ງ ແມ່ນ​ຍ້ອນບັ້​ນ​ຮົບ​ຕ້ານ​ກຸ່ມ​ປະ​ກອບ​ອາ​ວຸດ “ລັດ​ອິດ​ສະ​ລາມ” ອ້າງ​ຊື່​ເອງ (IS) ຢູ່ ອີ​ຣັກ ແລະ ຊີ​ຣີ ພວມ​ເຮັດ​ໃຫ້ ອາ​ເມ​ລິ​ກາ ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​​ໃໝ່​ກ່ຽວ​ກັບຄວາມ​ສະ​ຫງົບ, ດັ່ງ​ນັ້ນ “ຈຶ່ງຕ້ອງ​​ການມີ​​ຜູ້​​ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ​ຄົນ​ໃໝ່.”



ຂ່າວ/ບົດ​ອື່ນ