ລັດຖະສະພາWallonie,ລາຊະອານາຈັກແບນຊີກສະຫນັບສະຫນູນສັນຍາການຄ້າເສລີຫວຽດນາມ-EU

ລັດຖະສະພາWallonie,ລາຊະອານາຈັກແບນຊີກສະຫນັບສະຫນູນສັນຍາການຄ້າເສລີຫວຽດນາມ-EU - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວາ​ລະ​ອະ​ພິ​ປາຍ
ພ​າບ:TTXVN

(vovworld)- ວັນ​ທີ 19/1 ຢູ່ ນະ​ຄອນ Namur ເມືອງ​ເອກ​ຂອງ​ເຂດ Wallonie ຂຶ້ນ​ກັບ​ລາ​ຊ​ະ​ອາ​ນາ​ຈັກ​ແບກ​ຊີກ, ຫົວ​ຫນ້າ​ຄະ​ນະ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU, ທ່ານ Mauro Pertriccione, ມີ​ບົດ​ສະ​ເຫນີ​ທີ່​ວາ​ລະ​ອະ​ພິ​ປາຍ​ຕໍ່​ລັດ​ຖະ​ສະ​ພາ​ເຂດ Wallonie ກ່ຽວ​ກັບ​ສັນ​ຍາ​ດັ່ງ​ກ່າວ. ທີ່​ວາ​ລະ​ອະ​ພິ​ປາຍນີ້, ທ່ານ Mauro Pertriccione ສະ​ເຫນີ​ວ່າ: ສ​ະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ ປ​ະ​ຈຸ​ບັນ, ຕີ​ລາ​ຄາ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ຝ່າຍ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ ຝ່າຍ EU ເມື່ອ​ສັນ​ຍາ​ໄດ້​ຮັບ​ການ​ລົງ​ນາມ. ທ່ານ​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແມ່ນ​ຕະ​ຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ພາກ​ພື້ນ​ພັດ​ທະ​ນາ​ຂະ​ຫຍັນ​ຂັນ​ເຄື່ອນ​ປະ​ຈຸ​ບັນ. ທ່ານ Mauro Pertriccione ​ຢືນ​ຢັນ​ວ່າ: ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ການ​ຮ່ວມ​ມື​ລະ​ຫວ່າງ EU ແລະ ຫວຽດ​ນາມ. ບັນ​ດາ​ວາ​ລະ​ອະ​ພິ​ປາຍ​ແມ່ນ​ເຫດ​ການ​ສຳ​ຄັນ​ຂອງ​ລັດ​ຖະ​ສະ​ພາ​ເຂດ Wallonie ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ອົງ​ການ​ສ້າງ​ກົດ​ໝາຍ ແລະ ອຳ​ນາດ​ການ​ປົກ​ຄອງ​ເຂດກວດ​ກາຢັ້ງ​ຢືນ, ພິ​ຈາ​ລະ​ນາ ແລະ ໃຫ້​ຄຳ​ເຫັນໃສ່​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ EU. 


ຕອບກັບ

ຂ່າວ/ບົດ​ອື່ນ